• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານ​ຕະຫຼາດ​ນັດ​ການ​ຄ້າ ຫວຽດ​ນາມ - ລາວ 2026 ຈະ​ດຳ​ເນີນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ຈະ​ມາ​ເຖິງ

VIETLAO EXPO 2026 ມີ​ 250 ຮ້ານ​ວາງ​ສະ​ແດງ​ທີ່ບັນ​ລຸ​ມາດ​ຖານ, ໃນ​ນັ້ນ​ມີ 120 ຮ້ານ​ວາງ​ສະ​ແດງ​ຂອງເກືອບ 80 ວິ​ສາ​ຫະ​ກິດ ​ເຊິ່ງ​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ຄຸນ​ນະ​ພາບ, ມີ​ຊື່​ສຽງທີ່​ໜ້າ​ເຊື່ອ​ຖື​ຂອງ ຫວຽດ​ນາມ ຂຶ້ນ​ກັບ​ບັນ​ດາ​ຂະ​ແໜງ​ຄື: ການ​ຢາ ແລະ ວັດ​ຖຸ​ອຸ​ປະ​ກອນກ​ານ​ແພດ; ກະ​ສິ​ກຳ - ເຄື່ອງ​ປ່າ​ຂອງ​ດົງ - ສິນ​ໃນ​ນ້ຳ ແລະ ການ​ປຸງ​ແຕ່ງ​ສະ​ບຽງ​ອາ​ຫານ, ເຄິ່ງ​ຕັດ​ຫຍິບ - ແຟ​ຊັ່ນ…

ງານ​ຕະຫຼາດ​ນັດ ການ​ຄ້າ ຫວຽດ​ນາມ ລາວ 2026 (VIETLAO EXPO 2026) ຈະ​ດຳ​ເນີນ​ແຕ່​ວັນ​ທີ 16 – 20 ກໍ​ລະ​ກົດ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ. ງານ​ຕະ​ຫຼາດ​ນັດ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ຄ້າ ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ ທີ່ໄດ້​ຈັດ​ຂຶ້ນ​ຢູ່​ຕະຫຼາດ​ລາວ ນັບແຕ່​ປີ 2007.

  (ພາບປະກອບ: VNA)  

ຕາມ​ທ່ານ​ນາງ ເຈິ່ນ​ທິ​ຕູ​ແອັງ, ​ທີ່​ປຶກ​ສາ​ຝ່າຍການ​ຄ້າ ຫວຽດ​ນາມ ປະ​ຈຳ​ລາວ​ແລ້ວ, ຄະ​ນະ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ປີ​ນີ້​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ: ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ ແລະ ວິ​ສາ​ຫະ​ກິດ ຫວຽດ​ນາມ; ຊຸກ​ຍູ້​ການ​ສົ່ງ​ອອກ, ເປີດ​ກວ້າງ​ເຄືອ​ຂ່າຍ​ຊົມ​ໃຊ້​ສິນ​ຄ້າ​ຂອງ ຫວຽດ​ນາມ ເຂົ້າ​ຕະຫຼາດ​ລາວ ແລະ ເຂດຕ​າ​ເວັນ​ອອກ​ສ່ຽງ​ເໜືອ​ໄທ; ສ້າງ​ສະ​ພາບ​ແວດ​ລ້ອມ​ເພື່ອ​ແນະ​ນຳ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງວິ​ສາ​ຫະ​ກິດ​ໃນ​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ບໍ​ລິ​ຫານ​ປະ​ເທດ

ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ຮັບ​ໃຊ້​ການ​ບໍ​ລິ​ຫານ​ປະ​ເທດ

ຕອ​ນ​ບ່​າຍ​ວັນ​ທີ 03 ກໍ​ລະ​ກົດ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ສ້າງກອບ​ສະ​ຖາ​ປາ​ນິກ​ສັງ​ລວມ​ປະ​ເທດ​ດີ​ຈີ​ຕອນ ແລະ ພັດ​ທະ​ນາ​ບັນ​ດາ​ຮາກ​ຖານ​ຂໍ້​ມູນ​ແຫ່ງ​ຊາດ, ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ.

Top