• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ “ຕີໄຊຊະນະເຮືອບິນ B.52”

      ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນໄຊຊະນະຮ່າໂນ້ຍ - ດ້ຽນບຽນຟຸທາງອາກາດ (18 ທັນວາ 1972 - ວັນທີ 18 ທັນວາ 2017), ຕອນບ່າຍວັນທີ 12 ທັນວາ, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງ “ຕີໄຊຊະນະເຮືອບິນ B.52”.

ງານວາງສະແດງຫົວເລື່ອງສະເພາະ ຕີໄຊຊະນະເຮືອບິນ B.52”
(ພາບ: qdnd.vn)
      ງານວາງສະແດງຫົວເລື່ອງສະເພາະ “ຕີໄຊຊະນະເຮືອບິນ B.52” ໄດ້ວາງສະແດງເອກະສານ, ວັດຖຸພັນກວ່າ 300 ຢ່າງ, ແນະນຳການຜັນແປຂອງການສູ້ຮົບຢ່າງດຸເດືອດຕ້ານເຮືອບິນ B.52 ຂອງອາເມລິກາ ເປັນເວລາ 12 ວັນ ແລະ ຄືນ ໃນເດືອນ ທັນວາ 1972 ຂອງເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ, ຂອງກອງທັບ ແລະ ປະຊາຊົນຫວຽດນາມ, ເຊິ່ງຈຸດສຸມແມ່ນຢູ່ຮ່າໂນ້ຍ. ສິ້ນສຸດການສູ້ຮົບເປັນເວລາ 12 ວັນ ແລະ ຄືນ, ກອງທັບ ແລະ ປະຊາຊົນພາກເໜືອໄດ້ຍິງເຮືອບິນລຳຕ່າງໆຕົກ 81 ລຳ, ໃນນັ້ນມີເຮືອບິນ B.52 ຂອງອາເມລິກາ 34 ລຳ.
        ທີ່ງານວາງສະແດງຄັ້ງນີ້, ເຫຼົ່າທັບປ້ອງກັນອາກາດ - ກອງທັບອາກາດ ໄດ້ປະກາດປື້ມປົກແດງ: ຍຸດທະວິທີຕີເຮືອບິນ B.52 ເຊິ່ງໄດ້ພິມຈຳໜ່າຍເມື່ອເດືອນ ຕຸລາ 1972.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top