• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງຜົນງານຂອງ ຫວຽດນາມ ມີຈຳນວນຜູ້ມາຢ້ຽມຊົມບັນລຸລະດັບສະຖິຕິ

ຈຳນວນຜູ້ມາສູນງານຕະຫຼາດນັດວາງສະແດງແຫ່ງຊາດ ຮອດວັນທີ 13 ກັນຍາ ບັນລຸເກືອບ 8,6 ລ້ານເທື່ອຄົນ.
(ເຂດວາງສະແດງຂອງ VOV)

ງານວາງສະແດງຜົນງານຂອງປະເທດຊາດ: “ໄລຍະທາງ 80  ປີແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ທີ່ພວມຈັດຂຶ້ນຢູ່ສູນຕະຫຼາດນັດວາງສະແດງແຫ່ງຊາດ (ດົງແອັງ) ໄດ້ດຶງດູດປະຊາຊົນໃນທົ່ວປະເທດ ແລະ ແຂກທ່ອງທ່ຽວຕ່າງປະເທດເຂົ້າມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ.

ຕາມບົດລາຍງານຂອງຄະນະຈັດຕັ້ງແລ້ວ, ຈຳນວນຜູ້ມາສູນງານຕະຫຼາດນັດວາງສະແດງແຫ່ງຊາດ ຮອດວັນທີ 13 ກັນຍາ ບັນລຸເກືອບ 8,6 ລ້ານເທື່ອຄົນ. ສະເພາະໃນວັນທີ 13 ກັນຍາ, ມີແຂກມາຢ້ຽມຊົມເກືອບ 1,3 ລ້ານເທື່ອຄົນ, ເຊິ່ງໄດ້ທຳລາຍສະຖິຕິຂອງມື້ກ່ອນໆ.

ຄາດວ່າ, ເມື່ອສິ້ນສຸດລົງ, ງານວາງສະແດງຈະບັນລຸຕົວເລກສະຕິຖິແມ່ນ 10 ລ້ານເທື່ອຄົນ ພາຍຫຼັງເປີດປະຕູເປັນເວລາ 19 ວັນ. ສິ່ງດັ່ງກ່າວໄດ້ສ່ອງແສງໃຫ້ເຫັນຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງຂອງມະຫາຊົນທີ່ມີຕໍ່ເຫດການທີ່ມີຄວາມໝາຍທາງການເມືອງ, ສັງຄົມ ແລະ ວັດທະນະທຳສຳຄັນນີ້.

(ແຫຼ່ງຄັດຈາກ VOV)

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກາຕາ ຈັດກອງປະຊຸມສຸດຍອດຮີບດ່ວນ ອາຣັບ - ອິດສະລາມ

ກອງປະຊຸມສຸດຍອດຈະປຶກສາຫາລືກ່ຽວກັບຮ່າງຖະແຫຼງການກ່ຽວຂ້ອງເຖິງການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ແນໃສ່ ໂດຮາ ໃນວັນທີ 09 ກັນຍາ.

Top