• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງບັນດາພາບຖ່າຍງາມກ່ຽວກັບປະເທດ, ປະຊາຊົນ ອາຊຽນ

      ຕອນບ່າຍວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງໄຂງານວາງສະແດງ ພາບຖ່າຍ “ປະເທດຊາດ, ປະຊາຊົນ ອາຊຽນ”. 

ງານວາງສະແດງດຶງດູດຜູ້ມາຊົມເປັນຈຳນວນຫຼວງຫຼາຍ 
      ນີ້ແມ່ນການເຄື່ອນໄຫວມີຄວາມໝາຍສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ. ງານວາງສະແດງໄດ້ແນະນຳພາບຖ່າຍ 230 ແຜ່ນຂອງບັນດານັກຖ່າຍຮູບມາຈາກ 10 ປະເທດ ອາຊຽນ ທີ່ໄດ້ຮັບການເລືອກເຟັ້ນຈາກພາບຖ່າຍ 10.000 ແຜ່ນເຂົ້າຮ່ວມການປະກວດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເວືອງຢູຍບຽນ, ຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ:
        ງານວາງສະແດງແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳ, ສິລະປະສຳຄັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ, ແມ່ນວັນບຸນຂອງບັນດານັກຖ່າຍຮູບ ອາຊຽນ ແລະ ແມ່ນໂອກາດເພື່ອໃຫ້ບັນດານັກຖ່າຍຮູບ ຫວຽດນາມ ແລະ ອາຊຽນ ໄດ້ພົບປະແລກປ່ຽນ, ຮ່ຳຮຽນເອົາບົດຮຽນ ແລະ ປະດິດຄິດສ້າງ. ງານວາງສະແດງແນະນຳກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ເສດຖະກິດ, ສັງຄົມ, ບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນໃນກຸ່ມອາຊຽນ. ຜ່ານນັ້ນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮ່ວມສຳພັນບັນດາປະເທດຊາດ, ປະກອບສ່ວນສ້າງປະຊາຄົມ ອາຊຽນ ສາມັກຄີ, ຂະຫຍັນຂັນເຄື່ອນ, ພັດທະນາ, ພາກພື້ນແຫ່ງສັນຕິພາບ ແລະ ວັດທະນາຖາວອນ.
 (ແຫຼ່ງຄັດຈາກ VOV)

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ການ​​ຕ່າງ​ປະ​ເທດ ປີ 2025: ເປັນ​ເຈົ້າ​ການ​ສ້າງ​ທີ່​ຕັ້ງ​ຍຸດ​ທະ​ສາດ​ໃໝ່

ປີ 2025 ໄດ້ອັດລົງດ້ວຍຫຼາຍບາດກ້າວເດີນສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ມີໄຫວພິບ ແລະ ວິໄສທັດຍຸດທະສາດໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ. ພຽງໃນປີດຽວ, ຫວຽດນາມ ບໍ່ພຽງແຕ່ສາມາດປັບປຸງສາຍພົວພັນມິດຕະພາບເທົ່ານັ້ນ ຫາກຍັງເປີດກວ້າງຜົນກະທົບ, ຍົກສູງທີ່ຕັ້ງໃນເວທີສາກົນ.

Top