• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ລາວ ຍາມຕົ້ນລະດູບານໃໝ່ປີຂານຢູ່ ບຣຸກແຊນ

ສະຖານທູດ 2 ປະເທດປະຈຳ ບຣຸກແຊນ ສືບຕໍ່ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ ເພື່ອເພີ່ມທະວີການເຊື່ອມຕໍ່ພະນັກງານຂອງ 2 ອົງການ, ປະກອບສ່ວນເຂົ້າໃນສາຍພົວພັນແບບພິເສດລະຫວ່າງ 2 ປະເທດ
 
ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນວັນຖາວ (ພາບ: TTXVN) 

ຕອນຄ່ຳວັນທີ 15 ກຸມພາ,  ສະຖານທີ່ - ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ແບນຊິກ ແລະ ປະຈຳສະຫະພາບເອີລົບ (ອີຢູ) ໄດ້ຈັດງານພົບປະແລກປ່ຽນກັບສະຖານທູດ - ຄະນະຜູ້ຕາງໜ້າ ລາວ ປະຈຳ ແບນຊິກ ແລະ ອີຢູ ເນື່ອງໃນໂອກາດຍາມຕົ້ນລະດູບານໃໝ່ປີຂານ 2022. ນີ້ກໍ່ແມ່ນການເຄື່ອນໄຫວນອນໃນເຫດການທາງການທູດຂອງປີມິດຕະພາບ 2022 ລະຫວ່າງ ຫວຽດນາມ - ລາວ; ລາວ - ຫວຽດນາມ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1962 - 2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືລະຫວ່າງ ຫວຽດນາມ - ລາວ (1977-2022).

ກ່າວຄຳເຫັນທີ່ງານພົບປະແລກປ່ຽນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ຫງວຽນວັນຖາວ ແລະ ທ່ານເອກອັກຄະລັດຖະທູດລາວ ພູໂຂງ ສີສຸລາດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ; ປາດຖະໜາວ່າ ສະຖານທູດ 2 ປະເທດປະຈຳ ບຣຸກແຊນ ສືບຕໍ່ຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນ ເພື່ອເພີ່ມທະວີການເຊື່ອມຕໍ່ພະນັກງານຂອງ 2 ອົງການ, ປະກອບສ່ວນເຂົ້າໃນສາຍພົວພັນແບບພິເສດລະຫວ່າງ 2 ປະເທດ, ພ້ອມກັນນັ້ນຕັ້ງໜ້າໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອເພີ່ມທະວີການພົວພັນຂອງແຕ່ລະຝ່າຍກັບ ແບນຊິກ ແລະ ອີຢູ ໃນໄລຍະຈະມາເຖິງ.


(ແຫຼ່ງຄັດຈາກ VOV)

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິ​ທີ​ໄວ້​ອາ​ໄລ​ອະ​ດີດ​ປະ​ທານ​ປະ​ເທດ ເຈິ່ນ​ດຶກ​ເລືອງ

ພິທີໄວ້ອາໄລ ແລະ ປົງສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບແຫ່ງຊາດ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

Top