• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 ຈະຈັດຂຶ້ນຢູ່ ເງະອານ ແລະ ບໍລິຄຳໄຊ

ຈຸດເດັ່ນຂອງງານພົບປະແລກປ່ຽນປີນີ້ແມ່ນສະຖານທີ່ຈັດຕັ້ງຢູ່ເຂດດ່ານຊາຍແດນ ແທັງຖຸຍ - ນາມອນ. ນີ້ແມ່ນສະຖານທີ່ເຊື່ອມຕໍ່ສຳຄັນໃນເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ນະຄອນຫຼວງ ວຽງຈັນ ເຊິ່ງລັດຖະບານ 2 ປະເທດໄດ້ມີແຜນນະໂຍບາຍ ແລະ ພວມຜັນຂະຫຍາຍການກໍ່ສ້າງ.
  ພະນັກງານ ທົ່ວປະເທດກົມການເມືອງ ກອງທັບປະຊາຊົນ ຫວຽດນາມ ໃຫ້ຂໍ້ມູນກ່ຽວກັບ ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3. (ພາບ: ຈ້ອງດຶກ - VNA)  

ໃນ​ລະ​ຫວ່າງວັນ​ທີ 09 – 10 ກໍ​ລະ​ກົດ​ ຈະ​ມາ​ເຖິງ, ຢູ່​ເຂດ​ດ່ານ​ຊາຍ​ແດນ ແທັງ​ຖຸຍ (ແຂວງ ເງະ​ອານ, ຫວຽດ​ນາມ) ແລະ ດ່ານ​ຊາຍ​ແດນ ນາ​ມອນ (ແຂ​ວງ ບໍ​ລິ​ຄຳ​ໄຊ, ລາວ) ຈ​ະ​ຈັດ​ງານ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ຊາດ​ເຂດ​ຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 3. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ​ປະ​ຈຳ​ປີ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ 2 ປະ​ເທດ, ນອນ​ໃນອະ​ນຸ​ສັນ​ຍາ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ​ໄລ​ຍະ 2025 – 2029 ແລະ ແຜນ​ການ​ຮ່ວມ​ມື​ປີ 2026.

ຈຸດ​ເດັ່ນ​ຂອງ​ງານ​ພົບ​ປ​ະ​ແລກ​ປ່ຽນ​ປີນີ້​ແມ່ນ​ສະ​ຖານ​ທີ່​ຈັດ​ຕັ້ງ​ຢູ່​ເຂດ​ດ່ານ​ຊາຍ​ແດນ ແທັງ​ຖຸຍ - ນາມອນ. ນີ້​ແມ່ນ​ສະ​ຖານ​ທີ່​ເຊື່ອມ​ຕໍ່​ສຳ​ຄັນ​ໃນ​ເສັ້ນ​ທາງ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ນະ​ຄອນ​ຫຼວງ ວຽງ​ຈັນ ເຊິ່ງ​ລັດ​ຖະ​ບານ 2 ປະ​ເທດ​ໄດ້​ມີ​ແຜນ​ນະ​ໂຍ​ບາຍ ແລະ ພວມ​ຜັນ​ຂ​ະ​ຫຍາຍການກໍ່​ສ້າງ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ກ​ຂ່າວ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ, ຈັ​ດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 02 ກໍ​ລະ​ກົດ, ທ່ານພັນ​ເອກ ໂດ້​ຢຸຍ​ຈິງ, ຮອງ​ຫົວ​ໜ້າ​ກົມໂຄ​ສະ​ນາ​ອົບ​ຮົມ (ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ), ຢືນ​ຢັນ​ວ່າ:

“ງານ​ພົບ​ປະ​ຄັ້ງ​ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ດ້ານ​ປ້ອງ​ກັນ​ຊາດ​ຈຸດ​ສຸມ​ຂອງ​ປີ 2026, ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ໂດຍ​ກົງ​ເພື່ອ​ເພີ່​ມ​ທະ​ວີ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ. ງານ​ພົບ​ປະ​ມີ​ຈຸດ​ປະ​ສົງ​ສູງ​ສຸດ​ແມ່ນແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະ​ຫວ່າງ​ກຳ​ລັງ​ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນຂອງ 2 ປະ​ເທດ, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ, ປະ​ກອບ​ສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ລາວ ໃຫ້​ມີ​ສັນ​ຕິ​ພາບ, ມິດ​ຕ​ະ​ພາບ, ສະ​ຖຽນ​ລະ​ພາບ, ການຮ່ວມ​ມື ແລະ ພັດ​ທະ​ນາ​ຢ່າງ​ແທ້​ຈິງ”.

ຕາມ​ລາຍ​ການ, ວັນ​ທີ 09 ກໍ​ລະ​ກົດ, ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ​່ຽນ​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ ບໍ​ລິ​ຄຳ​ໄຊ; ແລະ ວັນ​ທີ 10 ກໍ​ລະ​ກົດ, ງາ​ນ​ພົບ​ປະ​ແລກ​ປ່ຽນ​ຈະ​ຈັດ​ຂຶ້ນ​ຢູ່​ແຂວງ ເງະ​ອານ (ຫວຽດ​ນາມ), ໃນ​ນັ້ນ​ ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ 2 ປະ​ເທດ.

(ແຫຼ່ງຄັດຈາກ VOV)

50 ປີແຫ່ງການໃສ່ຊື່ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ: ຂີດໝາຍຂອງຄວາມເປັນເອກະພາບ ແລະ ການພັດທະນາ

50 ປີແຫ່ງການໃສ່ຊື່ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ: ຂີດໝາຍຂອງຄວາມເປັນເອກະພາບ ແລະ ການພັດທະນາ

ຈາກປະເທດຖືກປິດລ້ອມ, ຂວ້ຳບາດດ້ວຍຂອບຂະໜາດ GDP ພຽງແຕ່ 4,5 ຕື້ USD ໃນປີ 1986, ຫວຽດນາມ ໄດ້ມີບາດກ້າວບຸກທະລຸ, ເສດຖະກິດບັນລຸ 514 ຕື້ USD ໃນປີ 2025 ແລະ ຢືນອັນດັບທີ 32 ໃນທົ່ວໂລກ.

Top