• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານບຸນທີ່ເປັນມູນເຊື້ອ ແບັກດັ່ງ ປີ 2021, ປຸກລຸກມູນເຊື້ອການສຶກສາບັນດາຄຸນຄ່າປະຫວັດສາດໃຫ້ແກ່ລຸ້ນໜຸ່ມ

ງານບຸນປີ 2021 ໄດ້ຈັດຂຶ້ນໃນລະດັບແຂວງ, ເຊິ່ງແມ່ນໜຶ່ງໃນຈຳນວນ 88 ການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຂອງແຂວງ ກວາງນິງ ປີ 2021.
ງານບຸນເປັນການຢັ້ງຢືນຄວາມໝາຍ ແລະ ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະ ແບັກດັ່ງ. (ພາບ: TTXVN)

ວັນທີ 18 ເມສາ, ຢູ່ເຂດປູຊະນີຍະສະຖານແຫ່ງຊາດພິເສດ ແບັກດັ່ງ, ເທດສະບານ ກວາງອຽນ, ແຂວງ ກວາງນິງ, ໄດ້ຈັດງານບຸນທີ່ເປັນມູນເຊື້ອ ແບັກດັ່ງ ສະເຫຼີມສະຫຼອງ 1083 ປີ (938-2021); 1040 ປີ (981-2021) ແລະ 733 ປີ 1288-2021) ໄຊຊະນະ ແບັກດັ່ງ. ງານບຸນເປັນການຢັ້ງຢືນຄວາມໝາຍ ແລະ ຄຸນຄ່າປະຫວັດສາດອັນຍິ່ງໃຫຍ່ຂອງໄຊຊະນະ ແບັກດັ່ງ ໃນພາລະກິດຕໍ່ສູ້, ຕ້ານສັດຕູຜູ້ຮຸກຮ້ານ, ປຸກລຸກມູນເຊື້ອການສຶກສາ ກ່ຽວກັບບັນດາຄຸນຄ່າປະຫວັດສາດ, ນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງໄວໜຸ່ມ.

     ງານບຸນປີ 2021 ໄດ້ຈັດຂຶ້ນໃນລະດັບແຂວງ, ເຊິ່ງແມ່ນໜຶ່ງໃນຈຳນວນ 88 ການເຄື່ອນໄຫວກະຕຸ້ນການທ່ອງທ່ຽວຂອງແຂວງ ກວາງນິງ ປີ 2021. ງານບຸນໄດ້ສຸມໃສ່ດຳເນີນຢູ່ເຂດໃຈກາງປູຊະນີຍະສະຖານແຫ່ງຊາດພິເສດ ແບັກດັ່ງ ດ້ວຍການເຄື່ອນໄຫວຫຼາຍຢ່າງຄື: ໄຂງານບຸນ ແບັກດັ່ງ ທີ່ເປັນມູນເຊື້ອ, ລາຍການສະແດງສິລະປະ, ພິທີແຫ່ຮູບປັ້ນ… ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວກະຕຸ້ນການທ່ອງທ່ຽວ, ດຶງດູດນັກທ່ອງທ່ຽວ. ງານບຸນນີ້ຈະຈັດຂຶ້ນຮອດວັນທີ 20 ເມສາ 2021 ຈຶ່ງຈະອັດລົງ.

 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top