• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຕິດ​ຕາມກວດ​ກາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​​ການປະ​ຢັດ, ຕ້ານການ​ຟຸມ​ເຟືອຍ

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ, ວັນທີ 11 ສິງຫາ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນເບື້ອງຕົ້ນໃສ່ຮ່າງບົດລາຍງານຜົນການຕິດຕາມກວດກາ “ການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປະຕິບັດປະຢັດ ແລະ ຕ້ານການຟຸມເຟືອຍ ໄລຍະ 2016 – 2021”.

ກອງປະຊຸມຄັ້ງທີ 14 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ

ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາຂໍ້ສະເໜີແນະຂອງລັດຖະບານ ທີ່ກ່ຽວຂ້ອງເຖິງການປະຕິບັດນະໂຍບາຍໜູນຊ່ວຍຊາວຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ຈາກ ກອງທຶນປະກັນໄພວ່າງງານ ຕາມມະຕິສະບັບເລກທີ 03 ລົງວັນທີ 24 ກັນຍາ 2021 ຂອງຄະນະປະຈຳສະພາແຫ່ງຊາດ. ພິຈາລະນາ, ຕົກລົງການເພີ່ມເຕີມຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ງົບປະມານຂອງລັດລົງທຶນເຂົ້າຂະແໜງຜະລິດ, ດຳເນີນທຸລະກິດຢູ່ ວິສາຫະກິດ (ສະບັບປັບປຸງ) ເຂົ້າໃນໂຄງການສ້າງກົດໝາຍ, ນິຕິບັນຍັດປີ 2023. ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນສິ້ນສຸດກອງປະຊຸມຄັ້ງທີ 14 ຂອງ ຄະນະປະຈຳສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top