• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄ່ຳຄືນສະແດງດົນຕີ ຈິ້ງກົງເຊີນ: ຂີດໝາຍອາລົມຈິດໃນສັບປະດາດົນຕີສາກົນ ເຫ້ວ 2026

ຕອນຄ່ຳວັນທີ 14 ມິຖຸນາ, ໃນຂອບເຂດສັບປະດາດົນຕີສາກົນ ເຫ້ວ 2026, ລາຍການສະແດງ ຄ່ຳຄືນສະແດງດົນຕີ ຈິ້ງກົງເຊີນ ໄດ້ຈັດຂຶ້ນຢູ່ເວທີສະແດງແຄມແມ່ນ້ຳ ເຮືອງ, ນະຄອນ ເຫ້ວ, ໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍ.
  (ຄ່ຳຄືນສະແດງດົນຕີ ຈິ້ງກົງເຊີນ)  

ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ຄ່ຳ​ຄືນ​ສະ​ແດງ​ດົນ​ຕີ ຈິ້ງ​ກົງ​ເຊີນ ບໍ່​ພຽງ​ແຕ່​ເຊີດ​ຊູມ​ໍ​ລະ​ດົກ​ດົນ​ຕີ​ຂອງນັກ​ດົນ​ຕີ​ທີ່​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ ເຫ້ວ ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ເຂດ​ພົບ​ປະ​ແລກ​ປ່ຽນ​ສິ​ລະ​ປະ, ເຊື່ອມ​ຕໍ່​ບັນ​ດາ​ຜູ້​ນິ​ຍົມ​ດົນ​ຕີ​ຜ່ານ​ຫຼາຍ​ລຸ້ນ​ຄົນ​ອີກ​ດ້ວຍ. ທ່ານ ຫງວຽນ​ເຟືອກ​ຫາຍ​ຈຸງ, ຮອງ​ຫົວ​ໜ້າ​ສູນ​ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ກຸ​ງ​ເກົ່າ​ ເຫ້ວ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ງານ Festival ເຫ້ວ, ໃຫ້​ຮູ້​ວ່າ:

“ສຳ​ລັບ​ຊາວ ຫວຽດ​ນາມ ເວົ້າ​ລວມ ແລະ ຊາວ ເຫ້ວ ເວົ້າ​ສະ​ເພາະ, ດົນ​ຕີ ຈິ້ງ​ກົງ​ເຊີນ ຍາມ​ໃດ​ກໍ່​ມີ​ທີ່​ຕັ້ງ​ພິ​ເສດ​. ນີ້​ແມ່ນ​ມໍ​ລະ​ດົກ​ສິ​ລະ​ປະ​ລ້ຳ​ຄ່າ, ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ເຫ້ວ ຜ່ານ​ພາ​ສາ​ດົນ​ຕີ. ເມື່ອ ເຫ້ວ ຈັດ​ການ​ສະ​ແດງ​ດົນ​ຕີ ຈິ້ງ ແຕ່​ລະ​ເທື່ອນັ້ນ ກໍ່​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ໃຫຍ່​ຫຼວງ​ຂອງ​ມະ​ຫາ​ຊົນ”.

ສັບ​ປະ​ດາ​ສະ​ແດງ​ດົນ​ຕີ​ສາ​ກົນ ເຫ້ວ 2026 ​ຖ​ືກຈັດ​ຂຶ້ນ​ແຕ່​ວັນ​ທີ 13 – 18 ມິ​ຖຸ​ນາ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສິ​ລະ​ປິນ​ຫຼາຍ​ຄົນ ແລະ ​ຄະ​ນະ​ສີ​ລະ​​​ປະ​ກອນທີ່​ມາ​ຈາກ ຫວຽດ​ນາມ, ຝ​ລັ່ງ, ແອັດ​ສະ​ປາຍ, ອົດ​ສະ​ຕາ​ລີ, ຍີ່​ປຸ່ນ ແລະ ສ.ເກົາ​ຫຼີ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top