• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄຼິ​ດ​ສະ​ມາດ​ປີ 2024: ການ​ນຳ​ບັນ​ດາ​ທ້ອງ​ຖິ່ນ​ລົງ​ຢ້ຽມ​ຢາມ, ອວຍ​ພອນ​ອົງ​ການ​ສາ​ສະ​ຫນາ ແລະ ຊ​າວ​ຄຼິດ

ວັນທີ 23 ທັນວາ, ການນຳບັນດາແຂວງ ຄື ບັກນິງ, ກວ໋າງບີງ, ຫວີລອງ ໄດ້ຈັດຕັ້ງຫລາຍຄະນະລົງຢ້ຽມຢາມ ອວຍພອນ ບັນດາຄຸນພໍ່, ຫລວງພໍ່, ຊາວຄຼິດ ເນື່ອງໃນໂອກາດວັນບຸນ ຄຼິດສະມາດປີ 2024 ແລະ ຕ້ອນຮັບປີໃຫມ່ 2025.
ທ່ານເລຂາຄະນະພັກແຂວງ ບັກນິງ ຫງວຽນແອັງຕວັນ ອວຍພອນສັງຄະນາຍົກ ບັກນິງ ເນື່ອງໃນໂອກາດວັນບຸນ ຄຼິດສະມາດ ປີ 2024 (ພາບ: TTXVN)

ເມື່ອລົງອວຍພອນ ສັງຄະນາຍົກ ບັກນິງ, ທ່ານເລຂາຄະນະພັກແຂວງ ຫງວຽນແອງຕວນ ປາດຖະຫນາຢາກໃຫ້ ສັງຄະລາດ, ຄຸນພໍ່ ສືບຕໍ່ໃຫ້ກຳລັງໃຈພໍ່ແມ່ປະຊາຊົນຊາວຄຼິດ ດຳລົງຊີວິດ ໃຫ້ມີຄວາມ“ຢູ່ໃນສິນກິນໃນທຳ”, ເຄື່ອນໄຫວດ້ານສາສະຫນາໃຫ້ຖືກຕ້ອງກັບທິດທາງ, ກົດໝາຍ, ແລະ ສາມັກຄີພ້ອມກັບປະຊາຊົນທຸກຊັ້ນວັນນະປະຕິບັດບັນດາຂະບວນການແຂ່ງຂັນຮັກຊາດ ກໍ່ຄື ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວິວັດການພັດທະນາເສດຖະກິດ - ສັງຄົມຂອງແຂວງ. ສ່ວນ ສັງຄະລາດ ໂດ໋ກວາງຄາງ ຢືນຢັນ ຈະສືບຕໍ່ໂຄສະນາ, ຂົນຂວາຍບັນດາຍົດສັກຕຳແຫນ່ງໃນຄິດທະສາສະຫນາ ແລະ ຊາວຄຼິດ ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດໃຫ້ເປັນຢ່າງດີ, ປະຕິບັດພັນທະຂອງປະຊາຊົນ, ປະກອບສ່ວນສ້າງສາແຂວງ ບັກນີງ ໃຫ້ນັບມື້ນັບພັດທະນາ, ກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ໝັ້ນຄົງເຂັ້ມແຂງ.

ທ່ານເລຂາຄະນະພັກ, ປະທານສະພາປະຊາຊົນແຂວງ ຫວິງລອງ ບຸ່ຍວັນງຽມ ມອບດອກໄມ້ອວຍພອນສັງຄະນາຍົກເຂດຊາວຄຼິດ ຫວິງລອງ (ພາບ: TTXVN)

ເມື່ອລົງຢ້ຽມຢາມ, ອວຍພອນເຂດຊາວຄຼິດ ມິງຕູ ຢູ່ ແຂວງ ກວ໋າງບີ່ງ, ທ່ານເລຂາຄະນະພັກແຂວງ ກວ໋າງບີ່ງ ເລງອກກວາງ ປາດຖະຫນາວ່າ ໄລຍະຈະມາເຖິງ, ພໍ່ແມ່ປະຊາຊົນຊາວຄຼິດຢູ່ເຂດນີ້ ກໍ່ຄືຊາວຄຼິດ ໃນແຂວງ ກວ໋າງບິ່ງ ຍາມໃດກໍ່ຈະສາມັກຄີ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ, ຢູ່ ໃນສິນກິນໃນທຳ, ປະກອບສ່ວນຫລາຍກວ່າອີກເຂົ້າໃນການພັດທະນາເສດຖະກິດ -ສັງຄົມຂອງແຂວງ.

(ແຫຼ່ງຄັດຈາກ VOV)

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ບຸ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ລົງ​ທຶນ​ພິ​ເສດ​ຕ້ອງ​ຕິດ​ພັນ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ

ປະ​ກອບ​ຄ​ຳ​ເຫັນ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ການ​ປັບ​ປຸງ​ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈ​ິ່ນ​ແທັງ​ເໝິ້ນ ຍົກ​ໃຫ້​ເຫັນ 4 ບັນ​ຫາ​ໃຫຍ່, ໃນ​ນັ້ນ​ມີ​ທ່າ​ອ່ຽງ​ໂຍະ​ຍານ ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ.

Top