ຕາມພາສາຝະລັ່ງ, ລົດສາມລໍ້ຖືກເອີ້ນວ່າຊິກກະໂລ້ (Cyclo) ໂດຍທ່ານ Coupeaud ຊາວ ຝລັ່ງ ເປັນຜູ້ປະດິດເມື່ອປີ 1939. ເພື່ອໂຄສະນາໃຫ້ແກ່ຍານພາຫະນະຂົນສົ່ງໃໝ່ນີ້, ທ່ານ Coupeaud ໄດ້ຈັດລາຍການເດີນທາງ ແຕ່ ພະນົມເປັນ ໄປຍັງ ໄຊງ່ອນ ໃນເມື່ອກ່ອນ, ປັດຈຸບັນແມ່ນນະຄອນ ໂຮ່ຈີມິນ ດ້ວຍລົດສາມລໍ້. ນັບແຕ່ນັ້ນມາ, ລົດສາມລໍ້ໄດ້ກາຍເປັນຍານພາຫະນະຄົມມະນາຄົມທີ່ຄຸ້ນເຄີຍຂອງປະຊາຊົນນະຄອນ ໂຮ່ຈີມິນ ແລະ ໄດ້ນິຍົມໃຊ້ໃນຊຸມປີ 50, 60 ຂອງສະຕະວັດກ່ອນ. ໃນຄາວນັ້ນ, ລົດສາມລໍ້ ບໍ່ພຽງແຕ່ໄດ້ນຳໃຊ້ເພື່ອສົ່ງຜູ້ໂດຍສານເທົ່ານັ້ນ, ຫາກຍັງໄດ້ຂົນສົ່ງສິນຄ້າອີກດ້ວຍ. ປັດຈຸບັນ, ຈາກການເປັນຍານພາຫະນະຫາເງິນລ້ຽງຊີບ, ລົດສາມລໍ້ ໄດ້ກາຍເປັນຍານພາຫະນະໃນບັນດາລາຍການທ່ອງທ່ຽວທີ່ເປັນເອກະລັກ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວ. ທ່ານ ຮວິ່ງວັນອຸດ, ຜູ້ຖີບຊິກກະໂລ້ ຢູ່ນະຄອນ ໂຮ່ຈີມິນ ແບ່ງປັນວ່າ:
“ຂ້າພະເຈົ້າເຮັດອາຊີບນີ້ໄດ້ 20 ກວ່າປີແລ້ວ. ແຂກທ່ອງທ່ຽວມາຈາກ ອາເມລິກາ, ຈີນ, ອິນເດຍ, ໄທ…ກໍມັກເວົ້າຍ້ອງຫຼາຍ, ເຂົາເຈົ້າເວົ້າວ່າ ນະຄອນ ໂຮ່ຈີມິນ ມີການປ່ຽນແປງ, ພັດທະນາພ້ອມກັບປະເທດ ຫວຽດນາມ. ຂ້າພະເຈົ້າກໍຮູ້ສຶກດີໃຈຫຼາຍ”.
ເຖິງວ່າບໍ່ໄດ້ນຳໃຊ້ທົ່ວໄປກໍ່ຕາມ, ແຕ່ສຳລັບແຂກທ່ອງທ່ຽວ, ຜູ້ທີ່ມັກການຜ່ອນຄາຍແບບສະບາຍສະບາຍເມື່ອໄປມາໃນທ່າມກາງບັນຍາກາດທີ່ຄັບຄາໜາແໜ້ນ ຂອງ ໄຊງ່ອນ ນັ້ນ, ລົດສາມລໍ້ ຈະແມ່ນທາງເລືອກອັນດັບໜຶ່ງ - ໂດຍສະເພາະແມ່ນສຳລັບແຂກທ່ອງທ່ຽວ, ຜູ້ມີຄວາມໂຣແມນຕິກ, ມັກທ່ຽວຊົມຖະໜົນຫົນທາງທີ່ຄຶກຄື້ນ, ເຂດຕະຫຼາດທີ່ມີຄົນຊື້-ຂາຍຢ່າງຟ້າວຟັ່ງຄຶກໂຄມ, ຫຼືບັນດາກິດຈະກຳສະຖາປັດຕະຍາກຳທາງສາສະໜາ, ປະຫວັດສາດທີ່ໄດ້ຮັບການກໍ່ສ້າງມາແຕ່ດົນນານ. ອ້າຍ ຫງວຽນຟານຮວ່າງມິງ, ນັກສຶກສາ ອາເມລິກາ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄປທ່ອງທ່ຽວຢູ່ນະຄອນ ໂຮ່ຈີມິນ ໄດ້ 2 - 3ຄັ້ງແລ້ວ ແລະ ສິ່ງທີ່ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດແມ່ນການໄປ - ມາດ້ວຍ ລົດສາມລໍ້. ເມື່ອໄປຫຼີ້ນດ້ວຍ ລົດສາມລໍ້ ຮູ້ສຶກວ່າເຢັນສະບາຍ, ໄດ້ສຳຜັດກັບວິຖີຊີວິດຢ່າງໃກ້ຊິດ ແລະ ເຊື່ອມຕົວເຂົ້າກັບປະຊາຊົນຢູ່ທີ່ນີ້ຫຼາຍກວ່າ”.
ສຳລັບແຂກທ່ອງທ່ຽວ, ການຂີ່ລົດສາມລໍ້ທ່ຽວອ້ອມເຂດໃຈກາງນະຄອນ ແມ່ນການລົງຕົວຈິງທີ່ຈັບໃຈ ເມື່ອມາທ່ຽວນະຄອນ ໂຮ່ຈີມິນ. ຍານພາຫະນະດັ່ງກ່າວ ສ່ວນໃຫຍ່ແມ່ນເຄື່ອນໄຫວອ້ອມບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ເຂດຊອັບປີ້ງທີ່ຄຶກຄັກ ແລະ ແຂກທ່ອງທ່ຽວສາມາດເອີ້ນ ລົດສາມລໍ້ໄດ້ຢ່າງງ່າຍດາຍ. ຜູ້ຖີບ ລົດສາມລໍ້ສາມາດສື່ສານດ້ວຍພາສາ ອັງກິດ ໄດ້, ຊ້ຳບໍ່ໜຳ ຍັງມີຫຼາຍຄົນສາມາດເລົ່າບັນດາເລື່ອງລາວທີ່ຈັບໃຈກ່ຽວກັບນະຄອນ ໂຮ່ຈີມິນ ສູ່ແຂກທ່ອງທ່ຽວຟັງຢ່າງລ່ຽນໄຫຼດີອີກດ້ວຍ. ເອື້ອຍ ຮົ່ງມິງ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ, ແບ່ງປັນວ່າ:
“ເມື່ອຂີ່ ລົດສາມລໍ້, ເຮົາສາມາດທ່ຽວຊົມທັດສະນີຍະພາບ, ວິຖີການດຳລົງຊີວິດໃນຖະໜົນແຕ່ລະສາຍ, ແຕ່ລະຮ່ອມ, ທັງສູດອາກາດຂອງນະຄອນແຫ່ງນີ້ໄດ້ຕື່ມອີກ. ພິເສດ ແມ່ນຂີ່ຊິກກະໂລ້ ກໍສາມາດຖ່າຍຮູບໄດ້ຢ່າງງ່າຍດາຍ ແລະ ເວລານັ້ນ, ບັນດາພາບທີ່ເຮົາຖ່າຍໄວ້ ຈະເຮັດໃຫ້ເຮົາມີມູມມອງການເບິ່ງແລະ ສີສັນທີ່ແຕກຕ່າງກັນຂອງນະຄອນ ໂຮ່ຈີມິນ.”
ການເລາະເມືອງດ້ວຍ ລົດສາມລໍ້ຢ່າງຊ້າໆນັ້ນ ຊ່ວຍໃຫ້ແຂກທ່ອງທ່ຽວມີເວລາພຽງພໍເພື່ອຢ້ຽມຊົມ ແລະ ຖ່າຍຮູບ. ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບຖະໜົນຍ່າງ ຫງວຽນເຮວ້ ທີ່ຄຶກຄື້ນ ດ້ວຍກິດຈະກຳລະຫຼີ້ນບັນເທິງຫຼາຍຢ່າງ. ສະອອນກັບບັນດາຕຶກອາຄານຊັ້ນສູງທີ່ຫຍິບຫຍັບ ແລະ ເຕັມໄປດ້ວຍແສງສີ, ສຳນັກງານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ທີ່ມີສະຖາປັດຕະຍາກຳເກົ່າແກ່ ດ້ວຍອາຍຸຫຼາຍກວ່າ 110 ປີ ຫຼື ບັນຍາກາດຄຶກຄື້ນມ່ວນຊື່ນ, ຄັບຄາໜາແໜ້ນ ເມື່ອໄປຜ່ານຕະຫຼາດ ເບັ້ນແທ່ງ. ທັງໝົດທັງມວນເຫຼົ່ານັ້ນ ໄດ້ສ້າງຈຸດວັດທະນະທຳອັນສວຍງາມ ໂດຍມີການປະສົມປະສານລະຫວ່າງ ແບບເກົ່າ ແລະ ແບບໃໝ່ທັນສະໄໝ, ກໍຄ້າຍຄືກັນກັບຮູບພາບ ລົດສາມລໍ້ ທີ່ຜ່ານການເວລານານແສນນານ ແຕ່ຍັງມີຄວາມພົ້ນເດັ່ນຂຶ້ນພ້ອມກັບການພັດທະນາຂອງນະຄອນທີ່ທັນສະໄໝ./.