• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ສຳ​ລັບ​ລັດ​ທິຫຼາຍ​ຝ​່າຍ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ສາ​ກົນ

ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນຢັ້ງຢືນ ແລະ ປັບປຸງຄຳໝັ້ນສັນຍາສຳລັບລັດທິຫຼາຍຝ່າຍຄືນໃໝ່, ຢັ້ງຢືນການເຄົາລົບກົດໝາຍສາກົນ ແລະ ປະຕິບັດບັນດາຫຼັກການພື້ນຖານຂອງ ກົດບັດ ສປຊ ຢ່າງເຂັ້ມງວດ; ພ້ອມທັງເນັ້ນໜັກວ່າ ຕ້ອງປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍຢ່າງແຮງ, ຍົກສູງສຽງເວົ້າ ແລະ ການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາ ເພື່ອແນໃສ່ຮັບປະກັນລັກສະນະເປັນຕົວແທນ, ປະຊາທິປະໄຕຂອງບັນດາລະບອບລະບຽບການນີ້.
ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: VOV)

ວັນທີ 20 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ດ້ວຍຫົວຂໍ້ “ປະຕິບັດລັດທິຫຼາຍຝ່າຍ, ປະຕິຮູບ ແລະ ຍົກສູງປະສິດທິຜົນການຄຸ້ມຄອງທົ່ວໂລກ”. ເມື່ອກ່າວຄຳເຫັນໃນວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ຊີ້ແຈ້ງວ່າ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນຢັ້ງຢືນ ແລະ ປັບປຸງຄຳໝັ້ນສັນຍາສຳລັບລັດທິຫຼາຍຝ່າຍຄືນໃໝ່, ຢັ້ງຢືນການເຄົາລົບກົດໝາຍສາກົນ ແລະ ປະຕິບັດບັນດາຫຼັກການພື້ນຖານຂອງ ກົດບັດ ສປຊ ຢ່າງເຂັ້ມງວດ; ພ້ອມທັງເນັ້ນໜັກວ່າ ຕ້ອງປະຕິຮູບບັນດາລະບອບລະບຽບການຫຼາຍຝ່າຍຢ່າງແຮງ, ຍົກສູງສຽງເວົ້າ ແລະ ການເຂົ້າຮ່ວມຂອງບັນດາປະເທດພວມພັດທະນາ ເພື່ອແນໃສ່ຮັບປະກັນລັກສະນະເປັນຕົວແທນ, ປະຊາທິປະໄຕຂອງບັນດາລະບອບລະບຽບການນີ້.

        ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ, ຍາມໃດກໍປະກອບສ່ວນຢ່າງຕັ້ງໜ້າ, ແທດຈິງ ເພື່ອແນໃສ່ປັບປຸງບັນດາລະບອບລະບຽບການຫຼາຍຝ່າຍຂອງທົ່ວໂລກ ແລະ ພາກພື້ນ, ພິເສດແມ່ນ ສປຊ ແລະ ອາຊຽນ. ບັນດາຄວາມມານະພະຍາຍາມນີ້ ໄດ້ສ່ອງແສງໃຫ້ເຫັນຄຳໝັ້ນສັນຍາຂອງ ຫວຽດນາມ ສຳລັບຄວາມສາມັກຄີ ແລະ ການຮ່ວມມືສາກົນຢ່າງເລິກເຊິ່ງ, ເພື່ອຜົນປະໂຫຍດຂອງປະຊາຊົນ ຫວຽດນາມ ແລະ ການປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ມີຄວາມຍຸຕິທຳກວ່າໃຫ້ແກ່ທຸກໆຄົນ.  


(ແຫຼ່ງຄັດຈາກ VOV)

ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຫງວຽນ​ຮ​ວ່າ​ບິ່ງ ​ໂຮມປະ​ຊຸມ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ສ້າງ​​ຕັ້ງສູນ​ການ​ເງິນ

ທ່ານ​ຮອງນາ​ຍົກ​ລັດ​ຖະ​ມົນ​ຕີຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ຫງວຽນ​ຮ​ວ່າ​ບິ່ງ ​ໂຮມປະ​ຊຸມ​ກ່ຽວ​ກັບ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ສ້າງ​​ຕັ້ງສູນ​ການ​ເງິນ

ຕອນບ່າຍວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ໄດ້ເປັນປະທານກອງປະຊຸມກັບການນຳບາງກະຊວງ, ຂະແໜງການມີໜ້າທີ່ຮັບຜິດຊອບກ່ຽວກັບຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍການສ້າງຕັ້ງ ແລະ ການເຄື່ອນໄຫວຂອງສູນການເງິນຢູ່ ຫວຽດນາມ.

Top