ຂ່າວສານ
ຄຳສັ່ງຢຸດຍິງລະຫວ່າງ ອາເມລິກາ - ອີຣານ ປະເຊີນໜ້າກັບຄວາມສ່ຽງຖືກແຕກຫັກໃນທັນທີມື້ທຳອິດ
ຕອນຄ່ຳວັນທີ 08 ເມສາ, ທ່ານ Masoud Pazeshkian ປະທານາທິບໍດີ ອີຣານ ຢັ້ງຢືນວ່າ ຄຳສັ່ງຢຸດຍິງຢູ່ ລີບັງ ແມ່ນໜຶ່ງໃນບັນດາເງື່ອນໄຂແກ່ນສານຂອງແຜນການ 10 ຂໍ້ ກ່ຽວກັບການສິ້ນສຸດສົງຄາມ ເຊິ່ງ ອີຣານ ໄດ້ຍົກອອກມາ. ເຖິງຢ່າງໃດກໍຕາມ, ສື່ມວນຊົນຂອງປະເທດນີ້ ແຈ້ງໃຫ້ຊາບວ່າ ຮາກຖານກັ່ນຕອງນ້ຳມັນຢູ່ເກາະ Lavan ຂອງ ອີຣານ ຖືກໂຈມຕີ ແລະ ກໍ່ໃຫ້ເກີດໄຟໄໝ້ຢ່າງຮ້າຍແຮງໃນຕອນເຊົ້າວັນທີ 8 ເມສາ. ເຫດບຸກໂຈມຕີເກີດຂຶ້ນພາຍຫຼັງ 2 – 3 ຊົ່ວໂມງທີ່ຄຳສັ່ງຢຸດຍິງຊົ່ວຄາວລະຫວ່າງ ອາເມລິກາ ແລະ ອີຣານ ໄດ້ຮັບການຮັບຮອງ ແລະ ມີຜົນບັງຄັບໃຊ້ໃນທັນທີ. ອີຣານ ໄດ້ຕອບໂຕ້ຄືນດ້ວຍການບຸກໂຈມຕີເຂົ້າຫຼາຍປະເທດໃນພາກພື້ນທີ່ມີຖານທີ່ໝັ້ນຂອງ ອາເມລິກາ ລວມມີ ກູເວດ, ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ ແລະ ບາເຣັນ.
ພິເສດ, ຢູ່ສະໜາມຮົບ ລີບັງ, ວັນທີ 8 ເມສາ, ກອງທັບອາກາດ ອິດສະຣາແອັນ ໄດ້ປຸກລະດົມຫຼາຍບັ້ນບຸກໂຈມຕີຢ່າງດຸເດືອດເລັ່ງໃສ່ນັບຮ້ອຍເປົ້າໝາຍໃນທົ່ວ ລີບັງ, ໃນນັ້ນ ມີນະຄອນຫຼວງ Beirut. ການຜັນແປດັ່ງກ່າວເຮັດໃຫ້ແຜນການຢຸດຕິການປະທະກັນລະຫວ່າງ ອາເມລິກາ ແລະ ອີຣານ ປະເຊີນໜ້າກັບຄວາມສ່ຽງຖືກແຕກຫັກ, ພ້ອມທັງສ້າງກຳລັງກົດດັນຢ່າງໃຫຍ່ຫຼວງຕໍ່ບັນດາຮອບເຈລະຈາລະຫວ່າງສອງຝ່າຍ ທີ່ຄາດວ່າຈະດຳເນີນຢູ່ Islamabad ໃນທ້າຍອາທິດນີ້, ຕາມຂໍ້ລິເລີ່ມຂອງປະເທດເຈົ້າພາບ ປາກິດສະຖານ.








