ຂ່າວສານ

ຄຳ​ສັ່ງ​ຢຸດ​ຍິງລະ​ຫວ່າງ​ ອາ​ເມ​ລິ​ກາ - ອີ​ຣານ ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຖືກ​ແຕກຫັກ​ໃນ​ທັນ​ທີ​ມື້​ທຳ​ອິດ

ຄຳ​ສັ່ງ​ຢຸດ​ຍິງລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ຫາ​ກໍ່​ບັນ​ລຸ​ໄດ້ ແລະ ມີ​ຜົນ​ສັກ​ສິດໃນຕອນ​ເຊົ້າ​ວັນ​ທີ 08 ເມ​ສາ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງ​ຖືກ​ແຕກ​ຫັກ​ຢ່າງ​ຮ້າຍ​ແຮງ, ໃນ​ຂະ​ນ​ະ​ທີ່​ຮັບ​ຮູ້​ມີ​ບັນ​ດາ​ບັ້ນ​ບຸກ​ໂຈມ​ຕີ​ຢ່າງ​ດຸ​ເດືອດ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່ທັງ ອີ​ຣານ ແລະ ບັນ​ດາ​ປະ​ເທດ​ເຂດ​ອ່າວ ແລະ ພິ​ເສດ​ແມ່ນ​ຢູ່​ສະ​ໜາມ​ຮົບ ລີ​ບັງ.
  ເກີດ​ໄຟ​ໄໝ້​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ ຢູ່ ເຕ​ເຮ​ຣານ, ອີ​ຣານ (ພາບ: TTXVN)  

ຕອນ​ຄ​່ຳ​ວັນ​ທີ 08 ເມ​ສາ, ທ່ານ​ Masoud Pazeshkian ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຢັ້ງ​ຢືນ​ວ່າ ຄຳ​ສັ່ງ​ຢຸດ​ຍິງ​ຢູ່ ລີ​ບັງ​ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ແກ່ນ​ສານຂອ​ງ​ແຜນ​ການ 10 ຂໍ້ ກ່ຽວ​ກັບ​ການ​ສິ້ນ​ສຸດ​ສົງ​ຄາມ ເຊິ່ງ ອີຣານ ໄດ້​ຍົກ​ອອກ​ມາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສື່ມວນ​ຊົນ​ຂອງ​ປະ​ເທດ​ນີ້ ແຈ້ງ​ໃຫ້​ຊາບ​ວ່າ ຮາກ​ຖານ​ກັ່ນ​ຕອງ​ນ້ຳ​ມັນ​ຢູ່​ເກາະ Lavan ຂອງ ອີ​ຣານ ຖືກ​ໂຈມ​ຕີ ແລະ ກໍ່​ໃຫ້​ເກີດ​ໄຟ​ໄໝ້​ຢ່າງ​ຮ້າຍ​ແຮງ​ໃນ​ຕອນ​ເຊົ້າ​ວັນ​ທີ 8 ເມ​ສາ. ເຫດ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນພາຍຫຼັງ 2  3 ຊົ່ວ​ໂມງ​ທີ່ຄຳ​ສັ່ງ​ຢຸດ​ຍິງ​ຊົ່ວ​ຄ​າວ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ໄດ້​ຮັບ​ການ​ຮັບ​ຮອງ​ ແລະ ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ທັນ​ທີ. ອີ​ຣານ ໄດ້​ຕອບ​ໂຕ້​ຄືນ​ດ້ວຍ​ການ​ບຸກ​ໂຈມ​ຕີ​ເຂົ້າຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ​ທີ່​ມີ​ຖານ​ທີ່​ໝັ້ນ​ຂອງ ອາ​ເມ​ລິ​ກາ ລວມ​ມີ ກູ​ເວດ, ສະ​ຫະ​ລັດ​ ອາ​ຣັບ ເອມ​ມີ​ເລດ (UAE), ກາ​ຕາ ແລະ ບາ​ເຣັນ.

ພິ​ເສດ, ຢູ່​ສະ​ໜາມ​ຮົບ ລີ​ບັງ, ​ວັນ​ທີ 8 ເມ​ສາ, ກອງ​ທັບ​ອາ​ກາດ ອິດ​ສະ​ຣາ​ແອັນ ໄດ້​ປຸກ​ລະ​ດົມຫຼາຍ​ບັ້ນ​ບຸກ​ໂຈມ​ຕີ​ຢ່າງ​ດຸ​ເດືອດ​ເລັ່ງ​ໃສ່​ນັບ​ຮ້ອຍ​ເປົ້າ​ໝາຍ​ໃນ​ທົ່ວ ລີ​ບັງ, ໃນ​ນັ້ນ ມີ​ນະ​ຄອນຫຼວງ Beirut. ການ​ຜັນ​ແປ​ດັ່ງ​ກ່າວ​ເຮັດ​ໃຫ້​ແຜນ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ ປະ​ເຊີນ​ໜ້າ​ກັບ​ຄ​ວາມ​ສ່ຽງ​ຖືກ​ແຕ​ກ​ຫັກ, ພ້ອມ​ທັງ​ສ້າງ​ກຳ​ລັງ​ກົດ​ດັນ​ຢ່າງ​ໃຫຍ່ຫຼວງ​ຕໍ່​ບັນ​ດາ​ຮອບ​ເຈ​ລະ​ຈາລະ​ຫວ່າງ​ສອງ​ຝ່າຍ ທີ່​ຄາດ​ວ່າ​ຈະ​ດຳ​ເນີນ​ຢູ່ Islamabad ​ໃນ​ທ້າຍ​ອາ​ທິດ​ນີ້​, ຕາມ​ຂໍ້​ລິ​ເລີ່ມ​ຂອງ​ປະ​ເທດ​ເຈົ້າ​ພາບ ປາ​ກິດ​ສະ​ຖານ.


top