ບົນພື້ນຖານຕີລາຄາ “ຖານະທີ່ຕັ້ງ ແລະ ກຳລັງແຮງ” ຢ່າງຖືກຕ້ອງ, ບົດກ່າວຄຳເຫັນພົ້ນເດັ່ນຂຶ້ນຍ້ອນ ມັນໄດ້ຢັ້ງຢືນເຈດຈຳນົງດ້ານການເມືອງຢ່າງແຮງຂອງພັກ ໃນການນຳພາປະເທດຊາດຜ່ານຜ່າສິ່ງທ້າທາຍ.
ເຈດຈຳນົງຄວາມມຸ່ງຫວັງພັດທະນາ ແລະ ຄຸນນະທາດດ້ານການເມືອງ
ເຈດຈຳນົງດ້ານການເມືອງໄດ້ສະແດງອອກຢູ່ໃນຄວາມຫວັງພັດທະນາໂດຍໄວ, ຍືນຍົງ, ເປັນເຈົ້າຕົນເອງ ແລະ ເຂັ້ມແຂງແຮງກ້າ, ຢູ່ທີ່ຄວາມຕັດສິນໃຈບໍ່ຍອມຖອຍຫຼັງ, ບໍ່ຍອມຢືນຢູ່ນອກກະແສຂອງຍຸກສະໄໝ. ເຈດຈຳນົງດ້ານການເມືອງຍັງສະແດງອອກຢ່າງຈະແຈ້ງໃນທັດສະນະຖືມະນຸດເປັນໃຈກາງ, ເປັນເຈົ້າຂອງ ແລະ ເປົ້າໝາຍຂອງການພັດທະນາ. ພັດທະນາບໍ່ພຽງແຕ່ເພື່ອເພີ່ມທະວີບັນດາດັດຊະນີດ້ານເສດຖະກິດເທົ່ານັ້ນ ຫາກຍັງຍົກສູງຄຸນນະພາບໃນການດຳລົງຊີວິດ, ຮັບປະກັນຄວາມຍຸຕິທຳສັງຄົມ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງອີກດ້ວຍ. ນີ້ແມ່ນການເຊື່ອມຈອດລະຫວ່າງ ເປົ້າໝາຍພັດທະນາ ກັບ ຄຸນຄ່າວັດທະນະທຳມະນຸດຫຼັກແຫຼ່ງຂອງແນວທາງພັດທະນາຫວຽດນາມ. ທ່ານພົນເອກ ຫງວຽນຈ້ອງເຫງ້ຍ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ເນັ້ນໜັກວ່າ:
ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມເພື່ອໃຫ້ພວກເຮົາຢັ້ງຢືນພື້ນຖານ, ຮາກຖານ, ເງື່ອນໄຂເພື່ອໃຫ້ພວກເຮົາພັດທະນາປະຕິບັດຄວາມຫວັງຂອງປະຊາຊົນຫວຽດນາມ. ຈາກນັ້ນ ສານໂດຍທ່ານເລຂາທິການໃຫຍ່ໄດ້ອ່ານນັ້ນແມ່ນ ສານທີ່ພວກເຮົາໄດ້ກຳນົດຄວາມໄວ້ວາງໃຈຢ່າງໝັ້ນແກ່ນ ແລະ ຄວາມຫວັງໃໝ່, ພ້ອມທັງນັ້ນກໍ່ແມ່ນການບຸກທະລຸ ແລະ ການກະທຳ.
ການພັດທະນາຂອງ ຫວຽດນາມ ຕິດພັນກັບບັນດາເສົາຄ້ຳລະອຽດ: ພັດທະນາອີງຕາມວິທະຍາສາດ - ເຕັກໂນໂລຢີ, ນະວັດຕະກຳ, ການຫັນເປັນດີຈີຕອນ, ເສດຖະກິດສີຂຽວ; ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້ນຕົນເອງ ຕິດພັນກັບການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ແລະ ຄວາມສາມາດໃນການບໍລິຫານແຫ່ງຊາດ. ທ່ານ Kostrikov Mikhail ນັກຂ່າວໜັງສືພິມ Pravda (ລັດເຊຍ) ກ່າວວ່າ:
ຂ້າພະເຈົ້າເຫັນວ່າ ການນຳປະເທດສາທາລະລະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ພັດທະນາປະເທດຊາດ. ແລະ ຂ້າພະເຈົ້າເຊື່ອໝັ້ນວ່າບັນດາຄວາມກ້າວໜ້າທີ່ໄດ້ບັນລຸໃນໄລຍະ 40 ປີຜ່ານມານັບແຕ່ເວລາ ນະໂຍບາຍປ່ຽນແປງໃໝ່ປະເທດຊາດເລີ່ມຕົ້ນໄດ້ສະແດງໃຫ້ເຫັນການພັດທະນາຂອງຫວຽດນາມ ໃນອະນາຄົດຈະປະສົບຜົນສຳເລັດ. ຢ່າງຫນ້ອຍສຸດ, ສຳລັບຂ້າພະເຈົ້າ ກໍ່ຄືຊາວລັດເຊຍອື່ນໆກໍ່ມີຄວາມຫວັງຄືແນວນັ້ນ. ແລະ ຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນມິດຫວຽດນາມ ຈົ່ງບັນລຸໄດ້ຫຼາຍຜົນງານໃນຄວາມມານະພະຍາຍາມນີ້.
ທ່ານປ.ອ Patrick Horvath, ເລຂາທິການໃຫຍ່ ຂອງກອງທຶນນະໂຍບາຍເສດຖະກິດວິທະຍາສາດ (WIWIPOL) ມີສຳນັກງານຕັ້ງຢູ່ Vienna ຖືວ່າ:
ຜ່ານບັນດາຂໍ້ຕົກລົງຂອງກອງປະຊຸມໃຫຍ່, ຂ້າພະເຈົ້າມີຄວາມຫວັງວ່າຈະມີການຫັນປ່ຽນ ໃນບັນດາບຸລິມະສິດນະໂຍບາຍເສດຖະກິດຂອງ ຫວຽດນາມ ຕາມທິດວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ຫຼາຍກວ່າອີກ. ພື້ນຖານເສດຖະກິດທີ່ເປັນມູນເຊື້ອຂອງ ຫວຽດນາມ ອີງໃສ່ຊັບພະຍາກອນທຳມະຊາດ ຄືກະສິກຳ ຫຼືສິນໃນນ້ຳ. ຂ້າພະເຈົ້າຄິດວ່າ ໃນອະນາຄົດ, ໂລກຈະເຫັນປະຈັກຕາຫຼາຍຜະລິດຕະພັນໂດຍ ຫວຽດນາມ ຜະລິດ. ກອງປະຊຸມໃຫຍ່ຈະຊຸກຍູ້ວິໄສທັດຢ່າງຮອບດ້ານກວ່າກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ, ດ້ວຍການຮ່ວມມືເປັນຢ່າງດີກ່ວາ ລະຫວ່າງລັດ, ວິສາຫະກິດ ແລະ ບັນດາມະຫາວິທະຍາໄລ. ພ້ອມທັງ, ກໍ່ມີເຈດຈຳນົງດ້ານການເມືອງ ເພື່ອສົ່ງເສີມຄວາມເປັນເຈົ້າການ ແລະການເຕີບໂຕຂອງຂົງເຂດເອກະຊົນ.
ຄຳສັ່ງກະທຳ
ບົດລາຍງານການເມືອງບໍ່ພຽງແຕ່ຢັ້ງຢືນວິໄສທັດຍຸດທະສາດຮອດປີ 2030 ເທົ່ານັ້ນ ຫາກຍັງມີລັກສະນະຮຽກໂຮມ, ແມ່ນຄຳສັ່ງກະທຳຢ່າງຂ້ຽວຂາດ. ບົດລາຍງານໄດ້ເນັ້ນໜັກຄວາມຮຽກຮ້ອງຕ້ອງສ້າງບາດກ້າວຫັນປ່ຽນຢ່າງແທ້ຈິງກ່ຽວກັບເສດຖະກິດ, ການເມືອງ, ສັງຄົມ ແລະ ວັດທະນະທຳ. ທ່ານ ປ.ທ ຮ່າຈຸງແທັ່ງ ຖືວ່າ:
ບົດກ່າວປາໄສໄດ້ສະແດງໃຫ້ເຫັນຈິດໃຈປ່ຽນແປງໃໝ່, ນັ້ນແມ່ນເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການສ້າງບາດກ້າວຫັນປ່ຽນຢ່າງແຮງ, ແທ້ຈິງ, ເວົ້າແທ້ທຳຈິງ, ໝາກຜົນໃນຕົວຈິງບໍ່ພຽງແຕ່ກ່ຽວກັບເສດຖະກິດເທົ່ານັ້ນຫາກຍັງກ່ຽວກັບການເມືອງ, ສັງຄົມ ແລະ ວັດທະນະທຳອີກດ້ວຍ. ສະແດງໃຫ້ເຫັນຄວາມມຸ່ງຫວັງຂອງຊາດ. ຍົກສູງຈິດໃຈເປັນເຈົ້ນຕົນເອງດ້ານຍຸດທະສາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈຕໍ່ເສັ້ນທາງເຊິ່ງພັກ ແລະ ປະຊາຊົນໄດ້ຄັດເລືອກ.
ໂດຍໄດ້ເຫັນດີຕໍ່ທັດສະນະດັ່ງກ່າວ, ທ່ານປ.ອ ຫງວຽນຮຶວເຊີນ ມີຄວາມປະທັບໃຈຕໍ່ຈິດໃຈ “ເບິ່ງເຂົ້າຄວາມຈິງໂດຍກົງ” ໃນບົດກ່າວປາໄສ. ຕາມທ່ານແລ້ວ, ທ່ານເລຂາທິການໃຫຍ່ ໄດ້ຍົກອອກທັດສະນະຊີ້ນຳລຸລວງຢ່າງຈະແຈ້ງ, ປະສານສົມທົບລະຫວ່າງຄວາມຢຶດໝັ້ນກັບການປ່ຽນແປງໃໝ່, ລະຫວ່າງກຳລັງແຮງຂອງຊາດ ແລະ ຍຸກສະໄໝ. ທ່ານໃຫ້ຮູ້ວ່າ:
ອາດເວົ້າໄດ້ວ່າ, ບົດກ່າວປາໄສຢູ່ວາລະໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກມີຈິດໃຈຮຽກຮ້ອງປະຊາຊົນຢ່າງຈະແຈ້ງ, ສະແດງໃຫ້ເຫັນຄວາມຕັດສິນໃຈກະທຳ, ມີວິໄນ ແລະ ການປ່ຽນແປງໃໝ່ຢ່າງເຂັ້ມແຂງ. ເນື້ອໃນລຸລ່ວງຂອງບົດກ່າວປາໄສແມ່ນຄຳຮຽກຮ້ອງການພັດທະນາຢ່າງແທ້ຈິງ, ຖືປະຊາຊົນເປັນໃຈກາງ, ພ້ອມທັງຢັ້ງຢືນປະຊາຊົນແມ່ນເປົ້າໝາຍຊົມໃຊ້ ຂອງທຸກໝາກຜົນພັດທະນາ. ນີ້ກໍ່ແມ່ນພື້ນຖານເພື່ອນຳປະເທດຊາດກຳແໜ້ນ ແລະ ຫັນບັນດາໂອກາດປະຫວັດສາດໃນໄລຍະພັດທະນາໃໝ່ໃຫ້ປະກົດຜົນເປັນຈິງ.
ດ້ວຍວິທີການເຂົ້າເຖິງໂດຍກົງ, ຈະແຈ້ງ ແລະ ມີລວງເລິກດ້ານຍຸດທະສາດ, ບົດລາຍງານການເມືອງທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງກ່ຽວກັບໄລຍະພັດທະນາໃໝ່ - ເຊິ່ງແມ່ນສະຖານທີ່ຫວຽດນາມ ມີຕວາມໝັ້ນໃຈກ້າວຂຶ້ນສູ່ລະດັບສູງກວ່າໃນວິວັດການແຫ່ງການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ.









