ຂ່າວສານ
ຄຳໝັ້ນສັນຍາຂອງ ຫວຽດນາມ ປະກອບແຫຼ່ງກຳລັງ ແລະ ຮ່ວມເດີນທາງພ້ອມກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ສ້າງພື້ນຖານການສຶກສາເປີດ

ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໄດ້ແບ່ງປັນກ່ຽວກັບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ການສຶກສາ ຢູ່ ຫວຽດນາມ ແລະ ບັນດາມາດຕະການຮັບມື ທີ່ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນຢູ່ ຫວຽດນາມ. ທ່ານກໍໃຫ້ຮູ້ວ່າ ບຸລິມະສິດຍຸດທະສາດຂອງຂະແໜງການສຶກສາ ຫວຽດນາມ ແມ່ນ ສ້າງໂປແກຼມຕ່າງໆທີ່ໜູນຊ່ວຍການຮຽນຢູ່ເຮືອນ, ການຮຽນແບບທາງໄກ, ລະບົບການຮ່ຳຮຽນປະສົມປະສານລະຫວ່າງການຮຽນໂດຍກົງ ກັບການຮຽນຈາກທາງໄກ. ໃນນັ້ນ ຈະຊຸກຍູ້ການຄົ້ນຄວ້າ, ນຳໃຊ້ປັນຍາປະດິດ ແລະ ເຕັກໂນໂລຢີຫຼ້າສຸດເຂົ້າໃນການສຶກສາ, ຍູ້ແຮງການຮ່ວມມືຢ່າງຮອບດ້ານລະຫວ່າງບັນດາກະຊວງ, ຂະແໜງການ ແລະ ບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ ໃນວິວັດການຫັນການສຶກສາເປັນດີຈີຕອນ.
ໂດຍຕີລາຄາສູງບັນດາຜົນງານ ແລະ ຜົນສຳເລັດຂອງ ສະພາລັດຖະມົນຕີການສຶກສາບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ໃນຊຸມວັນຜ່ານມາ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມທີ່ວ່າ ຈະປະກອບແຫຼ່ງກຳລັງ ແລະ ຮ່ວມເດີນທາງພ້ອມກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ສ້າງພື້ນຖານການສຶກສາເປີດ, ຊຸກຍູ້ບັນດາຂໍ້ລິເລີ່ມ ເພື່ອແນໃສ່ມຸ່ງໄປເຖິງການສ້າງພື້ນຖານການສຶກສາມີຄຸນນະພາບ, ຮັບປະກັນບໍ່ປະໃຫ້ມີນັກຮຽນຖືກຕົກຢູ່ເບື້ອງຫຼັງ.
(ແຫຼ່ງຄັດຈາກ VOV)