“ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ລື່ນກາຍລະດັບສະຖິຕິ, ສ້າງທ່າເຕີບໂຕຢ່າງແຮງໃນທ້າຍປີ, ມຸ່ງໄປເຖິງເປົ້າໝາຍ 70 ຕື້ USD ໃນປີນີ້”. ນີ້ແມ່ນຄຳຢືນຢັນຂອງທ່ານ ຟຸ່ງດຶກຕຽນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ທີ່ກອງປະຊຸມຖະແຫຼງຂ່າວປະຈຳເດືອນຈັດຂຶ້ນໃນຕອນເຊົ້າວັນທີ 04 ທັນວາ, ຢູ່ ຮ່າໂນ້ຍ.
ຕາມການປະກາດຂອງທາງກະຊວງແລ້ວ, ໃນ 11 ເດືອນຂອງປີ 2025, ຍອດວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຄາດວ່າບັນລຸ 64,01 ຕື້ USD, ເພີ່ມຂຶ້ນເກືອບ 12,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ຕົວເລກດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນການຟື້ນຟູຢ່າງແຮງຂອງການເຄື່ອນໄຫວດ້ານການຄ້າທາງກະເສດເທົ່ານັ້ນ ຫາກຍັງລື່ນກາຍລະດັບສະຖິຕິ 62,4 ຕື້ USD ຂອງທັງປີ 2024. ທ່ານຮອງລັດຖະມົນຕີ ຟຸ່ງດຶກຕຽນ, ໃຫ້ຮູ້ວ່າ:
“ບັນດາຕະຫຼາດສົ່ງອອກ, ພິເສດແມ່ນຕະຫຼາດ ອາເມລິກາ ແລະ ຕະຫຼາດ ຈີນ ມີການຫັນທິດຢ່າງຕັ້ງໜ້າ. ພ້ອມກັນນັ້ນ, ຕະຫຼາດສະຫະພາບ ເອີລົບ ກໍ່ມີການຫັນປ່ຽນຢ່າງແຮງ. ຖ້າວ່າ ເດືອນ ທັນວາ ຮັກສາທ່າເຕີບໂຕປະມານ 6 ຕື້ USD ນັ້ນ, ຫວຽດນາມ ຈະສຳເລັດເລື່ອງບັນລຸເປົ້າໝາຍການສົ່ງອອກຂອງປີນີ້ແມ່ນແຕ່ 65 – 70 ຕື້ USD ໄດ້ແຕ່ໄວ”.








