• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ເປັນ​ປະ​ທານກອງ​ປະ​ຊຸມ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ Covid – 19

ຕອນເຊົ້າວັນທີ 26 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ເປັນປະທານກອງປະຊຸມທາງອອນລາຍຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງການນຳບັນດາທ້ອງຖິ່ນ, ເປັນຕົ້ນແມ່ນນະຄອນໂຮ່ຈີມິນ, ຮ່າໂນ້ຍ, ຫ໋າຍຝ່ອງ… ເຊິ່ງໄດ້ນຳໃຊ້ບັນດາມາດຕະການຢ່າງຂ້ຽວຂາດໃນການປ້ອງກັນ, ສະກັດກັ້ນໂລກລະບາດ.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາຂະແໜງການຄືການເງິນ, ທະນາຄານ, ອຸດສາຫະກຳແລະການຄ້າ, ແຜນການ - ການລົງທຶນກະກຽມໃຫ້ແກ່ກອງປະຊຸມຂອງຄະນະປະຈຳລັດຖະບານກັບການນຳບັນດາທ້ອງຖິ່ນ, ບັນດາລັດຖະມົນຕີໃນວັນທີ 31 ມີນາ ຈະມາເຖິງເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຜະລິດ, ດຳເນີນທຸລະກິດ, ສຸມໃສ່ເຂົ້າໃນການປ່ອຍເງິນລົງທຶນພາກລັດດ້ວຍຈຳນວນເງິນຂຶ້ນເຖິງ 650 ພັນຕື້ດົ່ງ, ເອົາໃຈໃສ່ໃຫ້ຫຼາຍກ່ວາອີກກ່ຽວກັບວຽກງານປະກັນຊີວິດສັງຄົມ, ຜູ້ວ່າງງານ, ເງິນເດືອນຕ່ຳສຸດໃຫ້ແກ່ຜູ້ອອກແຮງງານ, ເພີ່ມທະວີຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃນຂອບເຂດທົ່ວປະເທດຊາດ, ຮັບປະກັນຊີວິດການເປັນຢູ່ທີ່ສະຫງົບສຸກໃຫ້ແກ່ປະຊາຊົນໃນສະພາບການປັດຈຸບັນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top