• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະຜູ້​ຕາງ​ໜ້າ ສ​ປ​ຊ ຕີ​ລາ​ຄາ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ຢູ່ Nagorny – Karabakh

ອຳນາດການປົກຄອງ ອາເຊັກໄບຢານ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດ Nagorny – Karabakh ສືບຕໍ່ດຳລົງຊີວິດຢູ່ທີ່ນີ້, ແຕ່ປະຊາຊົນເກືອບທັງໝົດຢູ່ທີ່ນີ້ 120.000 ຄົນ ໄດ້ຍົກຍ້າຍໄປຍັງ ອາກເມເນຍ, ເຮັດໃຫ້ກໍ່ຄວາມສ່ຽງເກິດວິກິດການໃນບັນຫາຊາວອົບພະຍົບ.
ປະຊາຊົນ ກຳລັງລໍຖ້າເພື່ອຍົກຍ້າຍອອກຈາກນະຄອນ Stepanakert, Nagorny-Karabakh ໃນວັນທີ 26/9/2023 (ພາບ: AFP/TTXVN)

ວັນທີ 01 ຕຸລາ, ອາເຊັກໄບຢານ ແຈ້ງໃຫ້ຊາບວ່າ ຄະນະຜູ້ຕາງໜ້າຂອງ ສປຊ ໄດ້ໄປຍັງເຂດ Nagorny – Karabakh  ພາຍຫຼັງທີ່ມີຫຼາຍກວ່າ 80% ຈໍານວນຊາວເຊື້ອຊາດ ອາກເມເນຍ ຢູ່ເຂດນີ້ ໄດ້ຍົກຍ້າຍໄປບ່ອນອື່ນ ນັບແຕ່ເມື່ອ ອາເຊັກໄບຢານ ຍາດຄືນສິດຄວບຄຸມ.  ຄະນະຜູ້ຕາງໜ້າ ສປຊ ມາທີ່ນີ້ ສ່ວນຫຼາຍແມ່ນເພື່ອຕີລາຄາຄວາມຕ້ອງການມະນຸດສະທຳຢູ່ເຂດນີ້.  

ວັນທີ 19 ກັນຍາ ຜ່ານມາ, ອາເຊັກໄບຢານ ໄດ້ດຳເນີນບັ້ນການທະຫານແບບກະທັນຫັນ ເພື່ອຍາດຄືນສິດຄວບຄຸມຂົງເຂດນີ້. ຫຼັງຈາກນັ້ນ 1 ວັນ, ອຳນາດການປົກຄອງໂດຍຊາວເຊື້ອຊາດ ອາກເມເນຍ ນຳໜ້າ ໄດ້ຕົກລົງມອບຄືນອາວຸດ ແລະ ຄາດວ່າ ຈະຍຸບເລີກແຕ່ວັນທີ 1 ມັງກອນ 2024.

ພາຍຫຼັງເຫດການດັ່ງກ່າວ, ເຖິງວ່າ ອຳນາດການປົກຄອງ ອາເຊັກໄບຢານ ໄດ້ຮຽກຮ້ອງໃຫ້ປະຊາຊົນຢູ່ເຂດ Nagorny – Karabakh ສືບຕໍ່ດຳລົງຊີວິດຢູ່ທີ່ນີ້, ແຕ່ປະຊາຊົນເກືອບທັງໝົດຢູ່ທີ່ນີ້ 120.000 ຄົນ ໄດ້ຍົກຍ້າຍໄປຍັງ ອາກເມເນຍ, ເຮັດໃຫ້ກໍ່ຄວາມສ່ຽງເກິດວິກິດການໃນບັນຫາຊາວອົບພະຍົບ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເຫຼົ່າ​ຮົບ​ລົດ​ຫຸ້ມ​ເກາະ ຕ້ອງ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ ຢ່າງ​ແທ້​ຈິງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ເຫຼົ່າ​ຮົບ​ລົດ​ຫຸ້ມ​ເກາະ ຕ້ອງ​ເປັນ​ກຳ​ລັງຫຼວງ, ຍອດ​ຢ້ຽມ ແລະ ທັນ​ສະ​ໄໝ ຢ່າງ​ແທ້​ຈິງ

ໃນໄລຍະປະຕິວັດໃໝ່, ເຫຼົ່າຮົບລົດຫຸ້ມເກາະຕ້ອງມານະພະຍາຍາມສູ້ຊົນ, ພ້ອມກັບທົ່ວກອງທັບຍາດແຍ່ງທຸກກາລະໂອກາດ ເພື່ອຍົກສູງຄຸນນະພາບສັງລວມ, ລະດັບຄວາມຮູ້ຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ເປັນກຳລັງປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ປະຕິບັດສຳເລັດໜ້າທີ່ໄດ້ຮັບການມອບໝາຍ.

Top