• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ແບນຊິກ

ທີ່ການເຮັດວຽກ, 2 ຝ່າຍເຫັນດີຕ້ອງສືບຕໍ່ໃຫ້ບຸລິມະສິດສູງເພື່ອຊຸກຍູ້ການພົວພັນຮ່ວມມື, ຈຸດສຸມແມ່ນຂົງເຂດການຄ້າ ແລະ ການລົງທຶນ.
(ທີ່ການເຮັດວຽກ)

ແຕ່ວັນທີ 15 – 17 ກັນຍາ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ນຳໜ້າໄດ້ໄປຢ້ຽມຢຽມ ແລະ ເຮັດວຽກຢູ່ລາຊະອານາຈັກ ແບນຊິກ ແລະ ສະຫະພາບ ເອີລົບ (ອີຢູ), ເປີດໂອກາດໃໝ່ໃຫ້ແກ່ການຮ່ວມມືລັດຖະສະພາ, ເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ກັບ ແບນຊິກ ແລະ ອີຢູ.

        ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 17 ກັນຍາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຮັດວຽກກັບທ່ານ Younous Omarjee, ຮອງປະທານລັດຖະສະພາ ເອີລົບ (EP). ທີ່ການເຮັດວຽກ, 2 ຝ່າຍເຫັນດີຕ້ອງສືບຕໍ່ໃຫ້ບຸລິມະສິດສູງເພື່ອຊຸກຍູ້ການພົວພັນຮ່ວມມື, ຈຸດສຸມແມ່ນຂົງເຂດການຄ້າ ແລະ ການລົງທຶນ, ໃນນັ້ນມີການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ໃຫ້ມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນຂົງເຂດມີທ່າແຮງຂອງ ອີຢູ; ທ່ານນາງ ຫງວຽນທິແທັງ ສະເໜີໃຫ້ EP ຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ໃຫ້ສຳເລັດ.

        ກ່ອນໜ້ານັ້ນ, ວັນທີ 16 ກັນຍາ, ຢູ່ສຳນັກງານສະພາສູງ ແບນຊິກ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ດຳເນີນການພົບປະສົນທະນາກັບທ່ານ Andries Gryffoy, ຮອງປະທານຜູ້ທີໜຶ່ງສະພາສູງສະຫະພັນ ແບນຊິກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top