• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກສູງບົດບາດຂອງລັດທິຫຼາຍຝ່າຍ ແລະ ການຮ່ວມມືດ້ານປ້ອງກັນຊາດທີ່ແທ້ຈິງ

ໂລກພວມດຳເນີນຊີວິດໃນຍຸກສະໄໝພິເສດ, ສັງກາດໜຶ່ງທີ່ເຕັມໄປດ້ວຍການຜັນແປ ແຕ່ກໍ່ເຕັມໄປດ້ວຍໂອກາດ, ເມື່ອມວນມະນຸດໄດ້ຊົມໃຊ້ຜົນປະໂຫຍດຈາກຜົນງານດ້ານວິທະຍາສາດ - ເຕັກໂນໂລຊີທີ່ກ້າວກະໂດດຂັ້ນ.
(ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ)

ຕອນເຊົ້າວັນທີ 18 ກັນຍາ, ເວທີປາໄສ ຊ່ຽງຊ່ານປັກກິ່ງ ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ. ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມເວທີປາໄສ ແລະ ມີບົດກ່າວປາໄສສຳຄັນທີ່ວາລະປະຊຸມຄົບຄະນະທີ 1 ດ້ວຍຫົວຂໍ້ “ສ້າງລະບົບຄຸ້ມຄອງຄວາມໝັ້ນຄົງທົ່ວໂລກດ້ວຍຄວາມຍຸດຕິທຳ ແລະ ເໝາະສົມ”.

        ໃນບົດກ່າວປາໄສ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຖືກວ່າ ໂລກພວມດຳເນີນຊີວິດໃນຍຸກສະໄໝພິເສດ, ສັງກາດໜຶ່ງທີ່ເຕັມໄປດ້ວຍການຜັນແປ ແຕ່ກໍ່ເຕັມໄປດ້ວຍໂອກາດ, ເມື່ອມວນມະນຸດໄດ້ຊົມໃຊ້ຜົນປະໂຫຍດຈາກຜົນງານດ້ານວິທະຍາສາດ - ເຕັກໂນໂລຊີທີ່ກ້າວກະໂດດຂັ້ນ, ແຕ່ພ້ອມກັນນັ້ນ ກໍ່ປະເຊີນໜ້າກັບສິ່ງທ້າທາຍຮ້າຍແຮງນາໆປະການ. ໃນສະພາບການນັ້ນ, ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ ການສ້າງລະບົບຄຸ້ມຄອງຄວາມໝັ້ນຄົງທົ່ວໂລກດ້ວຍຄວາມຍຸຕິທຳ ແລະ ເໝາະສົມ ບໍ່ສາມາດຂາດບົດບາດຂອງລັດທິຫຼາຍຝ່າຍ ແລະ ການຮ່ວມມືດ້ານປ້ອງກັນຊາດທີ່ແທ້ຈິງໄດ້.

        ທ່ານລັດຖະມົນຕີ ຟານວັນຢາງ ກໍ່ຢືນຢັນຄືນໃໝ່ທັດສະນະຂອງ ຫວຽດນາມ ແມ່ນສະໜັບສະໜູນລັດທິຫຼາຍຝ່າຍ, ໂດຍອີງໃສ່ກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ກວມລວມ, ສະເໜີພາບ, ຖືປະຊາຊົນເປັນໃຈກາງ, ເພື່ອຜົນປະໂຫຍດລວມຂອງປະຊາຄົມສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top