ວັນທີ 30 ກໍລະກົດ, ຄະນະປະຈຳພັກແຂວງ ນິງບິ່ງ ໄດ້ມີການເຮັດວຽກກັບຄະນະຜູ້ແທນໂດຍທ່ານນາງ ສີໃສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ, ເປັນຫົວໜ້າຄະນະ.
ທີ່ການເຮັດວຽກ, ທ່ານ ເຈິ່ນຮຸຍຕວັນ, ເລຂາຄະນະພັກແຂວງ ນິງບິ່ງ ຢືນຢັນວ່າ ນິງບິ່ງ ປາດຖະໜາຢາກແບ່ງປັນບັນດາໝາກຜົນເບື້ອງຕົ້ນ, ບັນດາບົດຮຽນ, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຜັນຂະຫຍາຍມະຕິຂອງພັກ; ກ່ຽວກັບການຊັບຊ້ອນກົງຈັກ; ການຫັນເປັນດີຈີຕອນໃນຂະແໜງການຈັດຕັ້ງການກໍ່ສ້າງພັກ ແລະ ຍົກສູງກຳລັງຄຸ້ມຄອງບໍລິຫານທ້ອງຖິ່ນ... ທາງແຂວງກໍ່ປາດຖະໜາຢາກສືບຕໍ່ຮ່ຳຮຽນບັນດາບົດຮຽນອັນລ້ຳຄ່າຂອງພັກປະຊາຊົນປະຕິວັດ ລາວ ໃນວຽກງານກໍ່ສ້າງພັກ, ກໍ່ສ້າງຖັນແຖວພະນັກງານ ແລະ ປັບປຸງລະບົບການເມືອງ.
ສ່ວນທ່ານນາງ ສີໃສ ລືເດດມູນສອນ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດ ລາວ ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງການຮ່ວມມືໃນໄລຍະຈະມາເຖິງ, ປາດຖະໜາວ່າ ແຂວງ ນິງບິ່ງ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບແຂວງ ອຸດົມໄຊ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືທີ່ໄດ້ລົງນາມໃຫ້ມີປະສິດທິຜົນ; ພ້ອມກັນນັ້ນ ກໍ່ສືບຕໍ່ເອົາໃຈໃສ່ໜູນຊ່ວຍ ລາວ ໃນວຽກງານສຶກສາ, ບຳລຸງສ້າງພະນັກງານ ແລະ ແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ, ການຈັດຕັ້ງກົງຈັກ.







