• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈໍາລັດຖະບານ ປະຊຸມປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19

      ຕອນບ່າຍວັນທີ 30 ມີນາ, ຢູ່ຮ່່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາລັດຖະບານ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໃຫ້ຮູ້ວ່າ ຍ້ອນກໍາລັງຢູ່ໃນໄລຍະທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ ສະນັ້ນ ກອງປະຊຸມຜູ້ແທນທົ່ວປະເທດລະຫວ່າງລັດຖະບານກັບທ້ອງຖິ່ນຕ່າງໆເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການກະກຽມໃຫ້ແກ່ໄລຍະຫຼັງໂຄວິດ - 19 ຈະໂຈະໄວ້ຊົ່ວຄາວ ເພື່ອສຸມໃສ່ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສືບຕໍ່ວຽກງານປ້ອງກັນ ແລະ ສະກັດກັ້ນຢ່າງວ່ອງໄວ, ຕັດສິນໃຈສຸມທຸກແຫຼ່ງກໍາລັງເພື່ອສະກັດກັ້ນໂລກລະບາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:
        “ບາງມາດຕະການທີ່ຈໍາເປັນນັ້ນແມ່ນ ບັນຫາປະຕິບັດການແຍກຕົວ ເພື່ອສະກັດກັ້ນໂລກລະບາດແຜ່ລາມອອກສູ່ວົງຄະນະຍາດຢ່າງມີປະສິດທິຜົນ. ພວກເຮົາບໍ່ຄວນປະໝາດ, ເພາະວ່າຢູ່ຕາມທ້ອງຖະໜົນ, ຫາດຊາຍທະເລຍັງເຕົ້າໂຮມຫຼາຍຄົນ. ນີ້ແມ່່ນຄວາມສ່ຽງພາໃຫ້ຕິດແປດຫຼາຍທີ່ສຸດ. ປະຊາຊົນທຸກຄົນຄວນຢູ່ເຮືອນ ບົນເນື້ອໃນຈິດໃຈ ຢູ່ແຂວງໃດຄວນຢູ່ແຂວງນັ້ນ, ເມືອງໃນຢູ່ເມືອງນັ້ນ, ຕາແສງໃດຢູ່ຕາແສງນັ້ນ, ເຮືອນຜູ້ໃດຢູ່ເຮືອນຜູ້ນັ້ນ, ບໍ່ຄວນເຄື່ອນຍ້າຍ ຫຼື ອອກໄປຂ້າງນອກ. ປິດປະຕູຊົ່ວຄາວການບໍລິການບໍ່ຈໍາເປັນທັງໝົດ ເວັ້ນເສຍແຕ່ຮ້ານສັບພະສິນຄ້າ, ຮ້ານຂາຍສະບຽງອາຫານ, ໂຮງໝໍ, ບ່ອນຜະລິດຮັບໃຊ້ປະຊາຊົນ.  ບັນດາອົງການ, ຫົວໜ່ວຍຕ່າງໆ ຕ້ອງສັບຊ້ອນໃຫ້ປະຊາຊົນເຮັດວຽກຜ່ານທາງອິນເຕີແນັດຢູ່ເຮືອນ ພາຍໃນເຄິ່ງເດືອນຈະມາເຖິງ, ເວັ້ນເສຍແຕ່ບັນດາຫົວໜ່ວຍສໍາຄັນທີ່ສຸດຂອງລັດ ແມ່ນຕ້ອງເວນຍາມ”.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top