• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈໍາລັດຖະບານ ຈັດກອງປະຊຸມກ່ຽວກັບ ການຕ້ານການຕິດເຊື້ອພະຍາດ Covid – 19

      ຕອນບ່າຍວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາການລັດຖະບານ, ຮັບຟັງບົດລາຍງານ ແລະ ຊີ້ນໍາຜັນຂະຫຍາຍມາດຕະການປ້ອງກັນ, ຕ້ານເຊື້ອພະຍາດ Covid – 19.
 

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN)
      ດ້ວຍເນື້ອໃນຈິດໃຈຕ້ານການຕິດເຊື້ອພະຍາດປຽບເໝືອນການຕ້ານສັດຕູ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ໄດ້ຮຽກຮ້ອງໃຫ້ຄະນະຊີ້ນໍາແຫ່ງຊາດກ່ຽວກັບການຕ້ານການຕິດເຊື້ອພະຍາດ Covid – 19 ຈັດກອງປະຊຸມ 2 ຄັ້ງຕໍ່ ອາທິດ. ຢ່າງໜ້ອຍສຸດ ເທື່ອໜຶ່ງຕໍ່ອາທິດ, ຄະນະປະຈໍາລັດຖະບານ ຈະຮັບຟັງບົດລາຍງານຂອງຄະນະຊີ້ນໍາ ແລະ ຍົກອອກບັນດາມາດຕະການຕ້ານການຕິດເຊື້ອພະຍາດໃຫ້ທັນການ. ທ່ານກໍເນັ້ນໜັກວ່າ ສໍາລັບສະພາບການຂອງເຊື້ອພະຍາດ Covid – 19 ໃນປັດຈຸບັນ, ປະຊາຊົນຕ້ອງໝັ້ນໃຈກວ່າຕໍ່ບັນດາອຸປະກອນປ້ອງກັນ, ຕ້ານເຊື້ອພະຍາດທີ່ພວມມີ ແລະ ຄວາມຕັດສິນໃຈຢ່າງສູງຂອງພັກ, ລັດ, ທັງລະບົບການເມືອງ ແລະ ທົ່ວສັງຄົມ. ຄວາມຈິງແລ້ວ, ຫວຽດນາມ ພວມປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວໄດ້ເປັນຢ່າງດີ ຍ້ອນມີການສະໜັບສະໜູນຂອງທົ່ວປວງຊົນ ແລະ ການເຂົ້າຮ່ວມຢ່າງຂ້ຽວຂາດຂອງທັງລະບົບການເມືອງ. 
 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top