• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລື ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

ໂດຍສືບຕໍ່ກອງປະຊຸມຄັ້ງທີ 23, ໃນຕອນເຊົ້າວັນທີ 11 ເມສາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໃຫ້ຄຳເຫັນກ່ຽວກັບການຮັບເອົາຄຳເຫັນປະກອບ, ປັບປຸງຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ(ສະບັບປັບປຸງ)

ກອງປະຊຸມຄັ້ງທີ 23 ຄະນະປະຈຳສະພາແຫ່ງຊາດຫວຽດນາມ 

ຜ່ານການປຶກສາຫາລື ຍັງມີຄຳເຫັນແຕກຕ່າງກັນກ່ຽວກັບສິດອຳນາດຄວບຄຸມຊັບສິນ, ລາຍຮັບ, ກ່ຽວກັບເປົ້າໝາຍແຈ້ງຊັບສົມບັດ, ລາຍຮັບ.

    ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ້າຕິ ຖືວ່າ : ຄວນມີມາດຖານເພື່ອຢັ້ງຢືນລາຍຮັບທີ່ຖືກຕ້ອງຕາມກົດໝາຍ, ຈາກນັ້ນ ສາມາດເຫັນໄດ້ເຖິງຊັບສົມບັດທີ່ໄດ້ຈາກ ການສໍ້ລາດບັງຫຼວງ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ໂດ້ບ້າຕິ ກ່າວວ່າ : 

   “ ທາງດ້ານນິຕິທຳ, ແມ່ນບໍ່ອາດຖືຊັບສິນທີ່ບໍ່ສາມາດອະທິບາຍຢ່າງເໝາະສົມກ່ຽວກັບຕົ້ນກຳເນີດ ແມ່ນຊັບສົມບັດທີ່ໄດ້ຈາກ ການສໍ້ລາດບັງຫຼວງເພື່ອຢຶດເອົາດ້ວຍມາດຕະການທາງອາຍາຕາມທິດພິຈາລະນາແມ່ນມີການກະທຳຜິດ. ດ້ານອື່ນ  ຖ້າຫາກຖືນັ້ນ ແມ່ນຊັບສິນຂອງລັດເພື່ອກຳນົດກຳມະສິດແຫ່ງລັດຕາມລະບຽບການດຳເນີນຄະດີແພ່ງ, ກ່ຽວກັບການແກ້ໄຂການຂັດແຍ້ງດ້ານກຳມະສິດ ແມ່ນບໍ່ສອດຄ່ອງກັບລະບຽບການຂອງປະມວນກົດໝາຍແພ່ງ. ພິເສດ ນີ້ເປັນຄັ້ງທຳອິດທີ່ພວກເຮົາຕັ້ງບັນຫາແກ້ໄຂດ້ານຊັບສິນນັ້ນ, ເພື່ອແນໃສ່ຕ້ານການສໍ້ລາດບັງຫຼວງ, ດັ່ງນັ້ນ ຂ້າພະເຈົ້າ ສະເໜີວ່າ ຄວນມີບາດກ້າວເດີນລະອຽດ. ເພື່ອເຮັດໄດ້ສິ່ງນີ້ເປັນຢ່າງດີ ກໍຄວນມີກົນໄກຄຸ້ມຄອງ, ຄວບຄຸມລາຍຮັບເປັນຢ່າງດີ”

(ແຫຼ່ງຄັດຈາກ VOV)


ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

Top