• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ແກ່ການ ປ່ອນບັດໄວ້ວາງໃຈ

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາທີ່ ຍື່ນສະເໜີ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6.
ພາບປະກອບ

ກອງປະຊຸມຄັ້ງທີ 27 ຂອງຄະນະປະຈຳສະພາແຫ່ງຊາດ, ເຊິ່ງຄາດວ່າຈັດຂຶ້ນໃນອາທິດໜ້າ (ແຕ່ ວັນທີ 11 – 17 ຕຸລາ), ຢູ່ຫໍສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມ, ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ພັດປ່ຽນກັນເປັນປະທານກອງປະຊຸມ

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາທີ່ ຍື່ນສະເໜີ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6. ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ ປະກອບຄຳເຫັນ, ກ່ຽວກັບ: ບົດລາຍງານໝາກຜົນການຕິດຕາມກວດກາກ່ຽວກັບການແກ້ໄຂ, ຕອບຂໍ້ສະເໜີຂອງຜູ້ມີສິດ ເລືອກຕັ້ງສົ່ງເຖິງກອງປະຊຸມສາໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV; ໝາກຜົນຂອງການ ຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາ ກ່ຽວກັບການແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ຂອງພົນລະເມືອງສົ່ງເຖິງສະພາແຫ່ງຊາດປີ 2023, ພິຈາລະນາບົດລາຍງານ ວຽກ ງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດເດືອນ ກັນຍາ 2023...

ຄະນະປະຈຳສະພາແຫ່ງຊາດ ກໍ່ຈະປະກອບຄຳເຫັນກ່ຽວກັບວຽກງານກະກຽມຮັບເອົາບັດ ໄວ້ວາງໃຈສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນທີ່ກອງ ປະຊຸມສະໄໝສາມັນຄັ້ງທີ 6; ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານຕ້ອນຮັບ ພົນລະເມືອງ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກປີ 2023...

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top