ຂ່າວສານ

ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບວຽກງານກະກຽມໃຫ້ແກ່ການ ປ່ອນບັດໄວ້ວາງໃຈ

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາທີ່ ຍື່ນສະເໜີ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6.
ພາບປະກອບ

ກອງປະຊຸມຄັ້ງທີ 27 ຂອງຄະນະປະຈຳສະພາແຫ່ງຊາດ, ເຊິ່ງຄາດວ່າຈັດຂຶ້ນໃນອາທິດໜ້າ (ແຕ່ ວັນທີ 11  17 ຕຸລາ), ຢູ່ຫໍສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມ, ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ພັດປ່ຽນກັນເປັນປະທານກອງປະຊຸມ

ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບບາງບັນຫາທີ່ ຍື່ນສະເໜີ ຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6. ຕາມນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດໄດ້ ປະກອບຄຳເຫັນ, ກ່ຽວກັບ: ບົດລາຍງານໝາກຜົນການຕິດຕາມກວດກາກ່ຽວກັບການແກ້ໄຂ, ຕອບຂໍ້ສະເໜີຂອງຜູ້ມີສິດ ເລືອກຕັ້ງສົ່ງເຖິງກອງປະຊຸມສາໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV; ໝາກຜົນຂອງການ ຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາ ກ່ຽວກັບການແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກ ຂອງພົນລະເມືອງສົ່ງເຖິງສະພາແຫ່ງຊາດປີ 2023, ພິຈາລະນາບົດລາຍງານ ວຽກ ງານຄົ້ນຄ້ວາຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດເດືອນ ກັນຍາ 2023...

ຄະນະປະຈຳສະພາແຫ່ງຊາດ ກໍ່ຈະປະກອບຄຳເຫັນກ່ຽວກັບວຽກງານກະກຽມຮັບເອົາບັດ ໄວ້ວາງໃຈສຳລັບບັນດາຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນທີ່ກອງ ປະຊຸມສະໄໝສາມັນຄັ້ງທີ 6; ພິຈາລະນາບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານຕ້ອນຮັບ ພົນລະເມືອງ, ແກ້ໄຂຄຳຮ້ອງຟ້ອງ, ຮ້ອງທຸກປີ 2023...


top