• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະນັກກິລາ ຫວຽດນາມ ວາງເປົ້າໝາຍສູ້ຊົນຍາດຫຼຽນຄຳໃຫ້ໄດ້ 150 ຫຼຽນ ຢູ່ ຊີເກມ 31

ຕອນຄ່ຳວັນທີ 28 ເມສາ, ຢູ່ສູນຝຶກແອບກິລາແຫ່ງຊາດ ຫວຽດນາມ ໄດ້ດຳເນີນພິທີຈັດສົ່ງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ (ຊີເກມ 31). ກ່ອນທີ່ດຳເນີນພິທີ, ຄະນະນັກກິລາ ຫວຽດນາມ ຈະທຳພິທີຖະຫວາຍທູບທຽນຢູ່ອະນຸສາວະລີປະທານ ໂຮ່ຈີມິນ ໃນສະໜາມຫຼວງ ນັກກິລາ.
  ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ຊີເກມ 31 ມີ 1.341 ຄົນ (ພາບ: TTXVN)  

 ຕາມມະຕິຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລ້ວ, ຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ ຊີເກມ 31 ມີ 1.341 ຄົນ. ປະເພດແລ່ນ ແລະ ລານແມ່ນທິມມີຜູ້ເຂົ້າຮ່ວມຫຼາຍກວ່າໝູ່ ດ້ວຍຈຳນວນ 86 ຄົນ, ໃນນັ້ນ ມີນັກກິລາ 65 ຄົນ. ຄະນະນັກກິລາ ຫວຽດນາມ ວາງເປົ້າໝາຍສູ້ຊົນຍາດຫຼຽນຄຳໃຫ້ໄດ້ 150 ຫຼຽນ ຢູ່ ຊີເກມ 31. ຊີເກມ 31 ຈະດຳເນີນແຕ່ວັນທີ 12 – 23 ພຶດສະພາຢູ່ ຮ່າໂນ້ຍ ແລະ 11 ແຂວງ, ນະຄອນອ້ອມຂ້າງ. ງານມະຫາກຳກິລາ ຄັ້ງນີ້ ນັກກິລາທີ່ມາຈາກ 11 ຄະນະໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຈະແຂ່ງຂັນທັງໝົດ 526 ລາຍການ ຂອງ 40 ປະເພດກິລາ.

ໃນງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ທີ່ຈະຈັດຂຶ້ນຢູ່ ຫວຽດນາມ ຄັ້ງນີ້, ໄດ້ຜະລິດສັດນຳໂຊກ ຊາວລາ 60.000 ໂຕ ເພື່ອມອບໃຫ້ຄະນະນັກກິລາ/ນັກກິລາ ແລະ ຂາຍໃຫ້ຜູ້ນິຍົມກິລາ. ການຜະລິດສັດນຳໂຊກຊາວລາ ແມ່ນແນໃສ່ສົ່ງແຮງບັນດານໃຈປົກປ້ອງທຳມະຊາດ, ນ້ຳໃຈກິລາ, ນ້ຳໃຈ ຊີເກມ ຂອງຊາວ ຫວຽດນາມ. ຄະນະຈັດຕັ້ງຊີເກມ 31 ຢັ້ງຢືນວ່າ ກຽມພ້ອມຈະເພີ່ມຈຳນວນສັດນຳໂຊກຊາວລາ ແລະ ວັດຖຸທີ່ລະນຶກອື່ນ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ນິຍົມກິລາ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top