• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຕິດຕາມປະທານ Kim Jong-un ໄດ້ມາເຖິງໂຮງແຮມ Melia

ຕອນເຊົ້າວັນທີ 24 ກຸມພາ 2019, ເຄື່ອງບິນ ໝາຍເລກ P-914 ຂອງ ບໍລິສັດການບິນ ສປປ ເກົາຫຼີ Air Koryo ໄດ້ລົງສູ່ສະໜາມບິນສາກົນ ໂນ້ຍບ່າຍ, ນຳຄະນະຕິດ ຕາມ ແລະ ບັນດາພາຫະນະອຸປະກອນ ຮັບໃຊ້ ຂອງຄະ ນະ ສປປ ເກົາຫຼີ ໃນຂະບວນການຢ້ຽມຢາມມິດຕະ ພາບ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະ ຊຸມ ສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຂອງ ທ່ານ ປະທານພັກແຮງງານ ສປປ ເກົາຫຼີ Kim Jong-un.

ພາຍຫຼັງອອກຈາກສະໜາມບິນ, ຄະນະຂອງ ສປປ ເກົາຫຼີ ໄດ້ມາເຖິງໂຮງແຮມ Melia ດ້ວຍການປ້ອງກັນ ຮັກສາ ຄວາມປອດໄພ ຂອງ ກຳລັງປ້ອງກັນຄວາມສະຫງົບ ຫວຽດນາມ.

ຂະບວນລົດຂອງ ຄະນະ ສປປ ເກົາຫຼີ ບົນເສັ້ນທາງມາເຖິງ ໂຮງແຮມ Melia. ພາບ: ກົງດາດ/VNP
 
ຄະນະ ສປປ ເກົາຫຼີ ເລືອກ ໂຮງແຮມ Melia ເປັນ ບ່ອນເຂົ້າພັກ ໃນການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ຂອງ ທ່ານ ປະທານ Kim Jong-un. ພາບ: ກົງດາດ/VNP
 
 
ບັນດານັກການທູດເຂົ້າຮ່ວມການຕິດຕາມຄະນະ ສປປ ເກົາຫຼີ ບົນເສັ້ນທາງ ມາເຖິງໂຮງແຮມ Melia. ພາບ: ກົງດາດ/VNP
 
ນັກຂ່າວ ຂ່າວສານຫວຽດນາມ ແລະ ສາກົນ ຕາມລ່າ ຮູບພາບຄະນະ ສປປ ເກົາຫຼີ ມາເຖິງຮ່າໂນ້ຍ. ພາບ: ກົງດາດ/VNP

ຕາມການສັງເກດຂອງນັກຂ່າວ, ຂະບວນລົດລວມ ມີ 8 ຄັນ ຊຶ່ງໃນນັ້ນ ມີ 2 ຄັນ 7 ບ່ອນນັ່ງ ບໍ່ຕິດປ້າຍ, 1 ຄັນ 17 ບ່ອນນັ່ງ, 3 ຄັນ 29 ບ່ອນນັ່ງ ແລະ ລົດຂົນສົ່ງ ອີກ 2 ຄັນ. 

 
ໂດຍ: ກົງດາດ/VNP

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top