ໝວດບັນຫາສະຫລຸບ ເລກທີ 18-NQ/TW (ມະຕິ/ສູນກາງ) ຂອງສູນກາງກ່ຽວກັບການປ່ຽນແປງໃໝ່, ສັບຊ້ອນກົງຈັກການຈັດຕັ້ງຂອງລະບົບການເມືອງໃຫ້ກະທັດລັດລົງ, ເຄື່ອນໄຫວຢ່າງມີປະສິດທິພາບ, ບັນລຸປະສິດທິຜົນ ແມ່ນເນື້ອໃນຈຸດສຸມຢູ່ກອງປະຊຸມສູນກາງຄັ້ງນີ້.
ໃນເວລາພຽງ 2 ເດືອນ, ກົມການເມືອງ, ຄະນະເລຂາທິການໄດ້ປະກາດໃຊ້ຂໍ້ສະຫລຸບ, ຂໍ້ຕົກລົງ 21 ສະບັບ; ຄະນະຊີ້ນຳສູນກາງກ່ຽວກັບການສະຫລຸບມະຕິເລກທີ 18 ໄດ້ປະກາດໃຊ້ເອກະສານ 39 ສະບັບເພື່ອແນະນຳ, ຜັນຂະຫຍາຍການເຄື່ອນໄຫວກ່ຽວຂ້ອງເຖິງການສະຫລຸບມະຕິດັ່ງກ່າວ.
ລັດຖະບານໄດ້ປະກາດໃຊ້ບັນດານະໂຍບາຍຮັບປະກັນສິດ, ຜົນປະໂຫຍດຂອງພະນັັກງານ, ສະມາຊິກພັກ, ລັດຖະກອນ, ຜູ້ອອກແຮງງານ, ປະກອບສ່ວນແກ້ໄຂແນວຄິດຈິດໃຈ, ສ້າງເງື່ອນໄຂສະດວກໃນວິວັດການສັບຊ້ອນ.
ບັນດາທ້ອງຖິ່ນໄດ້ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍການປະຕິບັດການສະຫລຸບ; ຄົ້ນຄ້ວາ, ສະເໜີວິທິການເຮັດໃຫ້ອົງການຈັດຕັ້ງກະທັດລັດລົງ, ສິ້ນສຸດການເຄື່ອນໄຫວ, ໂຮມບັນດາອົງການເຂົ້າກັນຢ່າງຄົບຊຸດຕາມການຊີ້ນຳຂອງສູນກາງ.
ເລື່ອງສະຫລຸບມະຕິເລກທີ 18 ແລະ ສັບຊ້ອນກົງຈັກການຈັດຕັ້ງລະບົບການເມືອງຄືນໃໝ່ ໄດ້ຮັບຄວາມເຫັນດີເຫັນພ້ອມ, ສະໜັບສະໜູນ ຕີລາຄາສູງຈາກພະນັກງານ, ສະມາຊິກພັກ ແລະ ປຊຊ.
ໃນວິວັດການປະຕິບັດ, ບັນດາເນື້ອໃນຂຶ້ນກັບສິດອຳນາດຂອງກົມການເມືອງ, ຄະນະເລຂາທິການ ໄດ້ປະຕິບັດໃນທັນທີ ຖືກຕ້ອງຕາມເນື້ອໃນຈິດໃຈ “ສູນກາງບໍ່ລໍຖ້າຂັ້ນແຂວງ, ຂັ້ນແຂວງບໍ່ລໍຖ້າຂັ້ນເມືອງ, ຂັ້ນເມືອງບໍ່ລໍຖ້າຮາກຖານ”, ລະອຽດແມ່ນໃນວັນທີ 30 ທັນວາ ປີ 2024, ກົມການເມືອງ, ຄະນະເລຂາທິການ ໄດ້ປະກາດໃຊ້ຂໍ້ຕົກລົງກ່ຽວກັບພາລະໜ້າທີ່, ກົງຈັກການຈັດຕັ້ງຂອງ 3 ຄະນະພັກ, 4 ຫົວໜ່ວຍພາລະກິດຂອງພັກ ແລະ 6 ອົງການຈັດຕັ້ງການເມືອງສັງຄົມ. ທ່ານ ເລຂາທິການໃຫ່ຍ ໂຕເລິມ ກ່າວວ່າ:
ເບິ່ງສັງລວມແລ້ວ, ມາຮອດປະຈຸບັນ, ຫຼາຍວຽກໄດ້ລື່ນກາຍຄວາມຄືບໜ້າທີ່ໄດ້ວາງອອກ ແລະ ຮັບປະກັນຖືກຕ້ອງຕາມທິດທີ່ສູນກາງໄດ້ຊີ້ນຳ. ບັນດາວຽກງານໄດ້ຜັນຂະຫຍາຍຢ່າງສະດວກ, ວ່ອງໄວແມ່ນຍ້ອນວ່າ ພວກເຮົາໄດ້ຮູ້ສືບທອດບັນດາໝາກຜົນວຽກງານສັບຊ້ອນກົງຈັກການຈັດຕັ້ງ ທີ່ໄດ້ຜັນຂະຫຍາຍຈາກຫຼາຍອາຍຸການສະໄໝກ່ອນ. ຫຼາຍບັນຫາຕົວຈິງກ່ຽວກັບກົງຈັກໄດ້ຮັບການຕີລາຄາ ແລະ ເຫັນໄດ້ຄວາມບໍ່ຮັດກຸມ, ຊ້ອນກັນ, ເຄື່ອນໄຫວບໍ່ມີປະສິດທິພາບ, ບໍ່ບັນລຸປະສິດທິຜົນ. ປະຈຸບັນ, ສູນກາງພັກໄດ້ຕັ້ງບັນຫາສະຫລຸບ, ດັ່ງນັ້ນກໍ່ໄດ້ຮັບຄວາມເຫັນດີເຫັນພ້ອມສູງຢ່າງໄວວາໃນພັກ ແລະ ໃນໝູ່ ປຊຊ, ຍ້ອນວ່າ ນັ້ນແມ່ນບັນດາບັນຫາ “ທີ່ສຸກງອມ, ເປັນທີ່ຈະແຈ້ງທີ່ສຸດ”.
ບົນພື້ນຖານນັ້ນ, ກົມການເມືອງໄດ້ຍື່ນສະເໜີຕໍ່ສູນກາງພັກ ໃຫ້ຄຳເຫັນກ່ຽວກັບບົດສະຫລຸບມະຕິເລກທີ 18 ແລະ ວິທີການຈັດ, ສັບຊ້ອນກົງຈັກການຈັດຕັ້ງລະບົບການເມືອງໃຫ້ກະທັດລັດລົງ ດ້ວຍຫຼາຍເນື້ອໃນມີລັກສະນະປະຕິຮູບຢ່າງແຮງຄື: ຫລຸດຜ່ອນຫົວຕໍ່, ລົບລ້າງຂັ້ນເປັນກາງໃນບັນດາອົງການຈັດຕັ້ງຂອງພັກ, ສະພາແຫ່ງຊາດ, ລັດຖະບານ, ສະເໜີວິທິການບໍ່ຈັດຕັ້ງຕຳຫຼວດຂັ້ນເມືອງໃນລະບົບຕຳຫຼວດ ປຊຊ…
ນັບທັງສູນກາງ ແລະ ທ້ອງຖິ່ນໄດ້ເຂົ້າຮ່ວມປະຕິບັດ
ກ່ຽວຂ້ອງເຖິງມະຕິເລກທີ 18, ໃນວັນທີ 21 ມັງກອນ, ຢູ່ສຳນັກງານສູນກາງພັກ, ຄະນະຊີ້ນຳສູນກາງກ່ຽວກັບການສະຫລຸບການປະຕິບັດມະຕິເລກທີ 18-NQ/TW (ມະຕິ/ສູນກາງ) ກໍ່ໄດ້ຈັດວາລະປະຊຸມທີສອງ ໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫ່ຍ, ຫົວໜ້າຄະນະຊີ້ນຳ ໂຕເລິມ.
ບົດລາຍງານທີ່ວາລະປະຊຸມໃຫ້ເຫັນວ່າ, ການປະຕິບັດມະຕິເລກທີ 18 ຢູ່ສູນກາງ ໄດ້ຫລຸດ 119 ຫົວຕໍ່ຂັ້ນກົມຂອງອົງການ, ຄະນະພັກ, ຫົວໜ່ວຍພາລະກິດຂອງພັກ, ອົງການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາໝູ່ຄະນະການເມືອງສັງຄົມ, ຄາດວ່າຫລຸດຜ່ອນ 4 ອົງການພັກສູນກາງ; 25 ຄະນະບໍລິຫານງານພັກ, 16 ຄະນະສະມາຊິກພັກຢູ່ສູນກາງ; 5 ອົງການຂອງສະພາແຫ່ງຊາດ, 13 ຫົວຕໍ່ຂັ້ນກົມ, ຫົວໜ່ວຍ; 5 ກະຊວງ, ອົງການທຽບເທົ່າກະຊວງ; 3 ອົງການຂຶ້ນກັບລັດຖະບານ, 13/13 ກົມໃຫ່ຍ ແລະ ອົງການທຽບເທົ່າ; 519 ກົມ ແລະ ອົງການທຽບເທົ່າ; ກ່ວາ 3.300 ກົມສາຂາ ແລະ ອົງການທຽບເທົ່າ…
ການປະຕິບັດກົງຈັກການຈັດຕັ້ງໃຫ້ກະທັດລັດລົງ ແມ່ນທັດສະນະຊີ້ນຳທະລຸລ່ວງ, ສະແດງໃຫ້ເຫັນຄວາມເປັນເອກະພາບສູງ ແລະ ຄວາມຕັດສິນໃຈດ້ານການເມືອງໃຫ່ຍຂອງພັກ ແລະ ລັດ. ໝາກຜົນບັນລຸໄດ້ໃນໄລຍະຜ່ານມາແມ່ນສຳຄັນທີ່ສຸດ ແຕ່ພຽງແຕ່ແມ່ນໝາກຜົນໃນເບື້ອງຕົ້ນເທົ່ານັ້ນ. ຫວຽດນາມ ຍັງສືບຕໍ່ຄົ້ນຄ້ວາ, ສ້າງໃຫ້ສຳເລັດ ເພື່ອກົງຈັກໃໝ່ເຄື່ອນໄຫວເປັນປົກກະຕິ, ບັນລຸປະສິດທິຜົນ, ຍົກສູງປະສິດທິພາບການເຄື່ອນໄຫວ, ຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາ./.







