• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ແຂວງ ຢາ​ລາຍ 2023

ໂດຍໄດ້ດຳເນີນແຕ່ວັນທີ 11 – 19 ພະຈິກ, ສັບປະດາວັດທະນະທຳ - ການທ່ອງທ່ຽວ ໄດ້ສິ້ນສຸດລົງຢ່າງຈົບງາມ, ສ້າງຂີດໝາຍທີ່ມີເປັນເອກະລັກໃຫ້ແກ່ປະຊາຊົນທ້ອງຖິ່ນ, ແຂກທ່ອງທ່ຽວຈາກທຸກສາລະທິດ ແລະ ເພື່ອນມິດສາກົນ.
  ບັນຍາກາດຂອງພິທີໄຂ (ພາບ: TTXVN)  

ວັນທີ 19 ພະຈິກ, ຢູ່ແຂວງ ຢາລາຍ, ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ຈັດພິທີອັດສັບປະດາວັດທະນະທຳ - ການທ່ອງທ່ຽວ ຢາລາຍ ປີ 2023. ໂດຍໄດ້ດຳເນີນແຕ່ວັນທີ 11 – 19 ພະຈິກ, ສັບປະດາວັດທະນະທຳ - ການທ່ອງທ່ຽວ ໄດ້ສິ້ນສຸດລົງຢ່າງຈົບງາມ, ສ້າງຂີດໝາຍທີ່ມີເປັນເອກະລັກໃຫ້ແກ່ປະຊາຊົນທ້ອງຖິ່ນ, ແຂກທ່ອງທ່ຽວຈາກທຸກສາລະທິດ ແລະ ເພື່ອນມິດສາກົນ.

ໃນສັບປະດາວັດທະນະທຳ - ການທ່ອງທ່ຽວ, ປະຊາຊົນ ແລະ ນັກສິລະປະການ 1.300 ຄົນ ທີ່ມາຈາກ 5 ແຂວງ ເຂດເຕິຍງວຽນ ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວມີການສຳຜັດທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ເຂດດັ່ງກ່າວ. ບັນດາເຫດການຄື: ງານບຸນດອກຕາເວັນປ່າ ຈືດັງຢາ; ບຸນຊ່ວງເຮືອຢູ່ແມ່ນ້ຳ ໂປໂກ ຊີງຂັນ ອາແຊງ; ງານແຂ່ງຂັນແລ່ນ Gia Lai City Trail ດ້ວຍຫົວຂໍ້ “ຄວາມຝັນເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານ” ໄດ້ນຳມາເຊິ່ງການສຳຜັດທີ່ແທ້ຈິງທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ.

ທີ່ພິທີໄຂ, ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ 30 ໝູ່ຄະນະ ແລະ 30 ສ່ວນບຸກຄົນທີ່ບັນລຸໄດ້ຫຼາຍຜົນງານໃນວຽກງານການຈັດຕັ້ງ, ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວສັບປະດາວັດທະນະທຳ - ການທ່ອງທ່ຽວແຂວງ ຢາລາຍ ປີ 2023.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮຽກຮ້ອງບັນດາຝ່າຍເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

ຫວຽດນາມ ຮຽກຮ້ອງບັນດາຝ່າຍເຄົາລົບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ເຈື່ອງຊາ

ເລື່ອງບັນດາຝ່າຍທີ່ກ່ຽວຂ້ອງໃຫ້ຄົນເຂົ້າໄປຍັງເຂດທີ່ເປັນເອກະລາດຂຶ້ນກັບໝູ່ເກາະ ເຈື່ອງຊາ ເຊິ່ງບໍ່ໄດ້ຮັບອະນຸຍາດຂອງ ຫວຽດນາມ ແມ່ນການກະທຳລະເມີດອະທິປະໄຕຂອງ ຫວຽດນາມ ຕາມກົດໝາຍສາກົນ

Top