ຂ່າວສານ
ຄວາມເຄັ່ງຕຶງ ອາເມລິກາ - ເວເນຊູເອລາ ເພີ່ມຂຶ້ນ ພາຍຫຼັງຖະແຫຼງການປິດປະຕູເຂດນ່ານຟ້າຂອງທ່ານ ປະທານາທິບໍດີ Donald Trump
ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຮງໃນສະພາບການອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ດ້ວຍການເຄື່ອນໄຫວການທະຫານເລັ່ງໃສ່ ເວເລຊູເອລາ ເປັນຫຼາຍຄັ້ງ, ດ້ວຍຂໍ້ອ້າງກ່າວຫາປະເທດນີ້ກ່ຽວຂ້ອງເຖິງການເຄື່ອນໄຫວຊື້ຢາເສບຕິດແບບຜິດກົດໝາຍ. ກະຊວງການຕ່າງປະເທດ ເວເນຊູເອລາ ຕຳໜິຕິຕຽນຄຳປາໄສຂອງທ່ານປະທານາທິບໍດີ Donald Trump ວ່າ ແມ່ນການນາບຂູ່ເຖິງອະທິປະໄຕແຫ່ງຊາດ ແລະ ບໍ່ສອດຄ່ອງກັບກົດໝາຍສາກົນ. ປະເທດນີ້ຢັ້ງຢືນຈະບໍ່ປະນິປະນອມຕໍ່ກຳລັງກົດດັ່ນ ຫຼື ການແຊກແຊງຕໍ່ບໍ່ວ່າກຳລັງຕ່າງປະເທດໃດໆ, ໂດຍເນັ້ນໜັກວ່າ ຈະສືບຕໍ່ປະຕິບັດທຸກວິທີເພື່ອຮັກສາອະທິປະໄຕເຂດນ່ານຟ້າແຫ່ງຊາດຢ່າງຄົບຖ້ວນ.








