ຂ່າວສານ

ຄວາມ​ເຄັ່ງ​ຕຶງ ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ເພີ່ມ​ຂຶ້ນ ພາຍຫຼັງ​ຖະ​ແຫຼງ​ການ​ປິດ​ປະ​ຕູ​ເຂດ​ນ່ານ​ຟ້າ​ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ Donald Trump

ເວເນຊູເອລາ ໄດ້ມີປະຕິກິລິຍາຢ່າງຮ້າຍແຮງໃນວັນທີ 29 ພະຈິກ ພາຍຫຼັງຖະແຫຼງການປິດປະຕູຂອງທ່ານປະທານາທິບໍດີ Donald Trump.
ປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານຕໍ່ສະພາບຄວາມເຄັ່ງຕຶງ ລະຫວ່າງປະເທດນີ້ກັບ ອາເມລິກາ ເພີ່ມຂຶ້ນ (ພາບ: REUTERS/Gaby Oraa)
ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຮງໃນສະພາບການອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ດ້ວຍການເຄື່ອນໄຫວການທະຫານເລັ່ງໃສ່ ເວເລຊູເອລາ ເປັນຫຼາຍຄັ້ງ, ດ້ວຍຂໍ້ອ້າງກ່າວຫາປະເທດນີ້ກ່ຽວຂ້ອງເຖິງການເຄື່ອນໄຫວຊື້ຢາເສບຕິດແບບຜິດກົດໝາຍ. ກະຊວງການຕ່າງປະເທດ ເວເນຊູເອລາ ຕຳໜິຕິຕຽນຄຳປາໄສຂອງທ່ານປະທານາທິບໍດີ Donald Trump ວ່າ ແມ່ນການນາບຂູ່ເຖິງອະທິປະໄຕແຫ່ງຊາດ ແລະ ບໍ່ສອດຄ່ອງກັບກົດໝາຍສາກົນ. ປະເທດນີ້ຢັ້ງຢືນຈະບໍ່ປະນິປະນອມຕໍ່ກຳລັງກົດດັ່ນ ຫຼື ການແຊກແຊງຕໍ່ບໍ່ວ່າກຳລັງຕ່າງປະເທດໃດໆ, ໂດຍເນັ້ນໜັກວ່າ ຈະສືບຕໍ່ປະຕິບັດທຸກວິທີເພື່ອຮັກສາອະທິປະໄຕເຂດນ່ານຟ້າແຫ່ງຊາດຢ່າງຄົບຖ້ວນ.

top