• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມສາມາດບົ່ມຊ້ອນ ແລະ ໂອກາດຮ່ວມມືລະຫວ່າງ ຫວຽດນາມ ແລະ ບຣາຊິນ ຈະປະກົດຜົນຈິງໂດຍໄວ

ຜ່ານໄລຍະກວ່າ 3 ທົດສະວັດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ມາຮອດປະຈຸບັນ, ບຣາຊິນ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ຢູ່ພາກພື້ນ ອາເມຜ່ານໄລຍະກວ່າ 3 ທົດສະວັດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ມາຮອດປະຈຸບັນ, ບຣາຊິນ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິງ.ລິກາ ລາຕິງ.
ທ່ານປະທານປະເທດ ເລືອກເກື່ອງ ແລະ ທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Luiz Inacio Lula da Silva (ພາບ: TTXVN)

ຕອນຄ່ຳວັນທີ 28 ມີນາ, ຢູ່ສູນກອງປະຊຸມສາກົນ, ທີ່ ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເລືອກເກື່ອງ ໄດ້ເປັນປະທານຈັດງານລ້ຽງທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Luiz Inacio Lula da Silva ຢ່າງສົມກຽດ, ເນືື່ອງໃນໂອກາດທ່ານມາຢ້ຽມຢາມທາງລັດຖະກິດ ຫວຽດນາມ.

/ຢູ່ທີ່ນີ້, ທ່ານປະທານປະເທດ ເລືອກເກື່ອງ ຢືນຢັນວ່າ, ຜ່ານໄລຍະກວ່າ 3 ທົດສະວັດນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ, ມາຮອດປະຈຸບັນ, ບຣາຊິນ ໄດ້ກາຍເປັນຄູ່ຮ່ວມມືຍຸດທະສາດທຳອິດຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິງ. ທ່ານສະແດງຄວາມເພິງພໍໃຈຕໍ່ໝາກຜົນການພົບປະເຈລະຈາລະຫວ່າງ 2 ຝ່າຍ, ພິເສດແມ່ນການລົງນາມແຜນການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2025 – 2030.

/“ພວກຂ້າພະເຈົ້າຫວັງວ່າ, ໃນອະນາຄົດອັນໃກ້ໆນີ້, ການພົວພັນແລກປ່ຽນລະຫວ່າງ 2 ປະເທດຈະນັບມື້ນັບໄດ້ຮັບການປັບປຸງ ແລະ ເປີດກວ້າງກວ່າອີກ, ປະຊາຊົນ, ວິສາຫະກິດຂອງ 2 ປະເທດຮ່ວມມືກັນຢ່າງແໜ້ນແຟ້ນກວ່າ, ມີການພົວພັນຄ້າຂາຍຫຼາຍກວ່າ, ການໄປມາສະດວກກວ່າ ແລະ ພ້ອມກັນນັ້ນ, ບັນດາຄຸນຄ່າວັດທະນະທຳເປັນເອກະລັກສະເພາະຂອງ ບຣາຊິນ ຈະມີໜ້າຢູ່ ຫວຽດນາມ ຫຼາຍກວ່າ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ, ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຂອງທັງ 2 ຝ່າຍ, ຄວາມສາມາດບົ່ມຊ້ອນ ແລະ ໂອກາດຮ່ວມມືລະຫວ່າງ 2 ປະເທດຈະໄດ້ປະກົດຜົນເປັນຈິງໂດຍໄວໃນໄລຍະຈະມາເຖິງ, ຕອບສະໜອງຄວາມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ”.

ກ່າວຄຳເຫັນຕອບຄືນ, ທ່ານປະທານາທິບໍດີ Lula da Silva ຊີິ້ແຈ້ງວ່າ ເປົ້າໝາຍຂອງ 2 ປະເທດແມ່ນ ເດີນຕາມພາລະກຳພັດທະນາແບບຍືນຍົງ ແລະ ການຕ້ານໄພອຶດຫິວ, ນັ້ນກໍ່ແມ່ນສາຍເຫດທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນທ້າຍປີ 2024 ແລະ ສືບຕໍ່ໄດ້ຮັບການປັບປຸງໃນການຢ້ຽມຢາມຄັ້ງນີ້.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top