• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມປະທັບໃຈລາຍການ “ທະເລ, ໝູ່ເກາະ - ໝາກຫົວໃຈຫວຽດນາມ”

(ລາຍການ “ທະ​ເລ, ໝູ່​ເກາະ - ໝາກ​ຫົວ​ໃຈ​ຫວຽດນາມ”)
           ຕອນ​ຄໍ່າ​ວັນ​ທີ 21/12, ລາຍການ​ພົບ​ປະແລກປ່ຽນ, ​ໂອ້​ລົມ​ສົນທະນາ “ທະ​ເລ, ໝູ່​ເກາະ - ໝາກ​ຫົວ​ໃຈ​ຫວຽດນາມ” ​ໂດຍກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສ່ືສານ, ກົມ​ໃຫຍ່​ການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ ​ແລະ ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ ​​ຈັດຕັ້ງ​ຢູ່​ຮ່າ​ໂນ້ຍ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 72 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22/12/1944 – 22/12/2016), 27 ປີ​ແຫ່ງ​ວັນ​ບຸນທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ (22/12/1989 – 22/12/2016). ລາຍ​ການ​ພົບ​ປະ​ແລກປ່ຽນ, ໂອ້​ລົມ​ສົນທະນາ ​ແມ່ນ​ກາ​ນ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸນບັນດາ​ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ລຸ່ນຕ່າງໆ ​ແລະ ປະຊາຊົນທີ່​ດຳລົງ​ຊີວິດ, ​ອອກ​​ແຮງ​ງານ, ທຳ​ການ​ຜະລິດ​ຢູ່​ບັນດາ​ເຂດທະ​ເລ, ​ເກາະ​​ ເຊິ່ງ​ໄດ້ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທົດ​ສອບ, ​ການເສຍ​ສະ​ຫຼະ, ຢືດໝັ້ນ ​ແລະ ຕັດ​ສິນ​ໃຈ​ຕິດ​ພັນ​ກັບ​ທະ​ເລ, ປົກ​ປັກ​ຮັກສາ​ເກາະ, ​ເພື່ອຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ... ລາຍການ​ໄດ້​ປະກອບສ່ວນ​ເຊື່ອ​ມຕໍ່​ລະຫວ່າງ​​ເຂດ​ດິນຕໍ່​ແຜ່ນ​ກັບ​ເຂດ​ໝູ່​ເກາະ​ທີ່​ຫ່າງ​ໄກ, ​ເຊື່ອມ​ຕໍ່​ຄອບຄົວ​ກັບ​ພະນັກງານ, ນັກຮົບ​ກຳລັງ​ກອງທັບ​ເຮືອ, ຕຳຫຼວດ​ທະ​ເລ, ປ້ອງ​ກັນຊາ​ຍ​ແດນ ​ແລະ ບັນດາ​ກຳ​ລັງ​ທີ່​ມີ​ໜ້າ​ທີ່ອື່ນໆ ​ເຊິ່ງປະ​ຈຸ​ບັນພວມ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ທະ​ເລ, ໝູ່​ເກາະ​ນັບ​ທັງ​ວັນ ​ແລະ ຄືນ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top