• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວນ​ຮັບ​ຮູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດຸ່ນ​ດ່ຽງ​ການ​ຄ້າ​ຂອງ ຫວຽດ​ນາມໃຫ້​ຖືກລະ​ດັບ

ອຳນາດການປົກຄອງຂອງ ປະທານາທິບໍດີ Donald Trump ຄວນຖືທ່າອ່ຽງນີ້ ເປັນຫຼັກຖານ ກ່ຽວກັບຄວາມສຳເລັດຂອງເຂົາເຈົ້າໃນການປະຕິບັດນະໂຍບາຍຫັນລະບົບສະໜອງຂອງເຂົາເຈົ້າຢູ່ພາກພື້ນອາຊີປາຊີຟິກເປັນຫຼາຍຮູບແບບ.

ທ່ານ Adam Sitkoff, ຜູ້ອຳນວຍການຝ່າຍບໍລິຫານຫ້ອງການການຄ້າ ອາເມລິກາ (AmCham) ປະຈຳຮ່າໂນ້ຍ (ພາບ: chinhphu.vn)

“ບັນດາມາດຕະການໂຕ້ຕອບທີ່ແຕກຕ່າງກັນ, ໃນນັ້ນມີການດັດປັບພາສີອາກອນ, ອາດຈະມີຜົນກະທົບໃຫຍ່ຕໍ່ບໍລິສັດອາເມລິກາທີ່ມີດຳເນີນທຸລະກິດຢູ່ ຫວຽດນາມ. ແທນທີ່ການຊອກຫາມາດຕະການລົງໂທດ, ລັດຖະບານອາເມລິກາຄວນສົມທົບກັນຊອກຫາມາດຕະການເປີດປະຕູຕະຫຼາດໃຫ້ສິນຄ້າ ຫຼາຍປະເພດ ແລະ ການບໍລິການຂອງຕົນເຂົ້າມາຍັງຕະຫຼາດນີ້. ໃນຂະນະນັ້ນ, ຫວຽດນາມ ອາດຈະດັດປັບການຄ້າສ່ວນເກີ່ນທີ່ນັບມື້ນັບເພີ່ມຂຶ້ນກັບອາເມລິກາຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ”. ນີ້ແມ່ນຄຳເຫັນຂອງທ່ານ Adam Sitkoff, ຜູ້ອຳນວຍການຝ່າຍບໍລິຫານຫ້ອງການການຄ້າ ອາເມລິກາ (AmCham) ປະຈຳຮ່າໂນ້ຍ ເມື່ອແລກປ່ຽນກັບສື່ມວນຊົນກ່ຽວກັບເລື່ອງ ຫວຽດນາມ (ພ້ອມກັບປະເທດສະວິດ) ຖືກກະຊວງການເງິນອາເມລິກາ “ຈັດເຂົ້າໃນບັນຊີລາຍຊື່” ບັນດາປະເທດຄອບງຳເງິນຕາ. ຕາມທ່ານ Adam Sitkoff ແລ້ວ, ການເຕີບໂຕໃນການສົ່ງອອກຂອງ ຫວຽດນາມ ໄປຍັງອາເມລິກາຫວ່າງມໍ່ໆມານີ້ ເບີ່ງຄືວ່າ ໄດ້ຮັບການຊຸກຍູ້ສ່ວຍຫຼາຍແມ່ນ ການຍົກຍ້າຍ ແລະ ຊອກຫາແຫຼ່ງສະໜອງຈາກປະເທດອື່ນມາຍັງຫວຽດນາມ. ອຳນາດການປົກຄອງຂອງ ປະທານາທິບໍດີ Donald Trump ຄວນຖືທ່າອ່ຽງນີ້ ເປັນຫຼັກຖານ ກ່ຽວກັບຄວາມສຳເລັດຂອງເຂົາເຈົ້າໃນການປະຕິບັດນະໂຍບາຍຫັນລະບົບສະໜອງຂອງເຂົາເຈົ້າຢູ່ພາກພື້ນອາຊີປາຊີຟິກເປັນຫຼາຍຮູບແບບ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top