• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້​ຕົກ​ລົງ​ອາ​ເມ​ລິ​ກາ - ອີ​ຣານ ປະ​ເຊີນ​ໜ້າ​ກັບ​ຄວາມ​ສ່ຽງຖືກ​​ລົ້ມ​ເຫຼວ

ສຳ​ນັກ​ຂ່​າວ​ສານເຄິ່ງ​ທາງ​ການ Tasnim ຂອງ​ອີ​ຣານ ໄດ້​ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ ພວມ​ກີດ​ຂວາງ​ການ​ມຸ່ງ​ໄປ​ເຖິງ​ບັນ​ດາ​ມາດ​ຕາ ຫຼັກ​ແຫຼ່ງ​ໃນ​ຂໍ້​ຕົກ​ລົງ, ລວມ​ມີ​ບັນ​ຫາ​ປ່ອຍ​ຊັບ​ສິນ​ຖືກ​ອາ​ຍັດ​ຂອງ ອີ​ຣານ.
  (ພາບ: REUTERS)  
ຕອນ​ຄ່ຳ​ວັນ​ທີ 24 ພຶດ​ສະ​ພາ, ສື່ມວນ​ຊົນ ອີ​ຣານ ຢັ້ງ​ຢືນ​ຂໍ້​ຕົກ​ລົງ​ຢຸດ​ຍິ​ງ​ຊົ່ວ​ຄາວ​ລະ​ຫວ່າງ​ ປະ​ເທດ​ນີ້ ກັບ ອາ​ເມ​ລິ​ກາ ຍັງ​ບໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ ແລະ ພວມ​ປະ​ເຊີດ​ໜ້າ​ກັບ​ຄວາມ​ສ່ຽງ​ຖືກ​ຍົກ​ເລີກ. ສາຍ​ເຫດ​ຍ້ອນ​ອາ​ເມ​ລິ​ກາ​ ຍັງ​ບໍ່​ທັນ​ເຫັນ​ດີ​ຕໍ່​ເນື້ອ​ໃນຫຼັກ​ແຫຼ່ງ​ທີ່​ກ່ຽວ​ຂ້ອງ​ຈຳ​ນວນ​ໜຶ່ງ. ສຳ​ນັກ​ຂ່​າວ​ສານເຄິ່ງ​ທາງ​ການ Tasnim ຂອງ​ອີ​ຣານ ໄດ້​ຢັ້ງ​ຢືນ​ວ່າ ອາ​ເມ​ລິ​ກາ ພວມ​ກີດ​ຂວາງ​ການ​ມຸ່ງ​ໄປ​ເຖິງ​ບັນ​ດາ​ມາດ​ຕາ ຫຼັກ​ແຫຼ່ງ​ໃນ​ຂໍ້​ຕົກ​ລົງ, ລວມ​ມີ​ບັນ​ຫາ​ປ່ອຍ​ຊັບ​ສິນ​ຖືກ​ອາ​ຍັດ​ຂອງ ອີ​ຣານ. ຄວາມ​ສ່ຽງ​ຂໍ້​ຕົກ​ລົງ​ນີ້​ຖືກ​ຍົກ​ເລີກ​ພວມ​ປະ​ກົດ​ຕົວ, ເຮັດ​ໃຫ້​ຄວາມ​ສົງ​ໄສ​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທີ່​ທັງ​ສອງ​ຝ່າຍ​ພ້ອມ​ກັນ​ຖະ​ແຫຼງ​ໃນ​ວັນ​ທີ 24 ພຶດ​ສະ​ພາ ກ່ຽວ​ກັບ​ຄວາມ​ອາດ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ແມ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແຫຼ່ງ​ຂ່າວ​ບໍ່​ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຈ​ລະ​ຈາ​ອາດ​ສາ​ມາດ​ສືບ​ຕໍ່​ດຳ​ເນີນຫຼື​ບໍ່. ​ອຳ​ນາດ​ການ​ປົກ​ຄອງ ອີ​ຣານ ກໍ່​ຍັງ​ບໍ່​ທັນ​ຍົກ​ອອກ​ການ​ຢັ້ງ​ຢືນ​ຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ຄວ​າມ​ສ່ຽງ​ຂໍ້​ຕົກ​ລົງ​ຖືກ​ຍົກ​ເລີກ.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top