• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂ່າວເດັ່ນ ກອງປະຊຸມສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ ຄັ້ງທີ 6 ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

ວັນທີ 10 ຕຸລາ, ຫວຽດນາມ ແລະ ອົດສະຕາລີ ໄດ້ຈັດຕັ້ງ ກອງປະຊຸມສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ ຄັ້ງທີ 6  ທີ່ຮ່າໂນ້ຍ. ຄະນະຜູ້ແທນຫວຽດນາມ ໂດຍ ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ເປັນຫົວໜ້າຄະນະ. ຄະນະຜູ້ແທນອົດສະຕາລີ ໂດຍທ່ານ Richard Maude ຮອງລັດຖະມົນຕີການຕ່າງປະເທດອົດສະຕາລີ ແລະ ທ່ານຮັກສາການ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ Tom Hamilton ເປັນຫົວໜ້າຄະນະ.
 
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວກຢຸງ ແລະ  
ທ່ານຮອງລັດຖະມົນຕີການຕ່າງປະເທດອົດສະຕາລີ Richard Maude (ພາບ: vov.vn)

ທີ່ກອງປະຊຸມສົນທະນາ, ສອງຝ່່່າຍມີຄວາມເບິ່ງພໍໃຈຮັບຮູ້ບັນດາບາດກ້າວພັດທະນາຢ່າງວ່ອງໄວ ແລະ ແຂງແຮງ ໃນການພົວພັນສອງຝ່າຍ, ໂດຍສະເພາະ ນັບແຕ່ເມື່ອສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນເດືອນ ມີນາ 2018, ພ້ອມທັງຢັ້ງຢືນຄືນໃໝ່ ບົດບາດ ແລະ ທີ່ຕັ້ງສໍາຄັນຂອງກັນໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ.

        ເມື່ອແລກປ່ຽນກ່ຽວກັບສະພາບການໃນມໍ່ໆມານີ້ ຢູ່ທະເລຕາເວັນອອກ, ສອງຝ່າຍເນັ້ນໜັກເຖິງເລື່ອງປະຕິບັດກົດໝາຍສາກົນ ຢ່າງເຂັ້ມງວດ, ໃນນັ້ນ ມີສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່່າດ້ວຍທະເລປີ 1982, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ເຄົາລົບບັນດາວິວັດທະນາການທາງການທູດ ແລະ ນິຕິທໍາ, ບໍ່ນໍາໃຊ້ ຫຼືນາບຂູ່ນໍາໃຊ້ອາວຸດ, ປະຕິບັດຖະແຫຼງການ ກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ມີປະສິດທິຜົນ,ແທດຈິງ ແລະ ມີລັກສະນະຜູກມັດທາງນິຕິກໍາ.

        ສອງຝ່າຍເຫັນດີເປັນເອກະພາບ ຈັດຕັ້ງ ກອງປະຊຸມສົນທະນາຍຸດທະສາດ ຂັ້ນຮອງລັດຖະມົນຕີການຕ່າງປະເທດ - ການປ້ອງກັນຊາດ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 7 ໃນໄລຍະທີ່ເໝາະສົມທີ່ສຸດ ໃນປີ 2019 ຢູ່ອົດສະຕາລີ.

(ແຫຼ່ງຄັດຈາກ VOV)


ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ນັດ​ສາ​ມັນ​: ໃຫ້​ບຸ​ລິ​ມະ​ສິດ​ແກ່​ການ​ຊຸກ​ຍູ້​ການ​ເຕີບ​ໂຕ

ລັດຖະບານໄດ້ເຫັນດີເປັນເອກະພາບເລືອກເອົາແຜນການເຕີບໂຕສູງທີ່ສຸດໃນປີນີ້ ແມ່ນການເຕີບໂຕເສດຖະກິດທົ່ວປີ ບັນລຸລະດັບປະມານ 6%, ໄຕມາດທີ IV ຕ້ອງເພີ່ມຂຶ້ນ 10,6% ເພື່ອສືບຕໍ່ສຸຊົນບັນລຸໄດ້ໝາກຜົນສູງທີ່ສຸດທີ່ສາມາດບັນລຸໄດ້ໃນທົ່ວປີ.

Top