• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດ​ໝາຍ​ຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ໃນ​​ບັນ​ດານັກ​ການ​ເມືອງ​ໂລກ

“ໃນຕະຫຼອດພາລະກິດຫຼາຍທົດສະວັດຂອງພັກ, ໃນນັ້ນ ມີໄລຍະເວລາ 13 ປີ ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕເສດຖະກິດຢ່າງວ່ອງໄວຂອງ ຫວຽດນາມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ”.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ (ພາບ: TTXVN)

ມີນັກການເມືອງຫຼາຍທ່ານໃນໂລກ ໄດ້ແບ່ງປັນຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເມື່ອຮູ້ຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຖິງແກ່ມໍລະນະກຳ, ພ້ອມທັງຕີລາຄາສູງບົດບາດ, ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ໃຫ້ແກ່ປະເທດ ຫວຽດນາມ ກໍຄື ສຳລັບຂະບວນການກອມມູນິດ, ໂລກກ້າວໜ້າ ແລະ ພື້ນຖານການເມືອງຝ່າຍຊ້າຍໃນທົ່ວໂລກ. ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຖືວ່າ ວິໄສທັດຂອງທ່ານເລຂາທິການໃຫຍ່ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ມາເລເຊຍ ຈະຍືນຍົງຄົງຕົວຕະຫຼອດໄປ. ມໍລະດົກຂອງທ່ານຈະເປັນແຫຼ່ງບັນດານໃຈໃຫ້ລຸ້ນຕ່າງໆຢູ່ ຫວຽດນາມ ແລະ ທົ່ວອາຊີຕາເວັນອອກສ່ຽງໃຕ້ ໃນອະນາຄົດ.  

              ໃນຈົດໝາຍແບ່ງປັນຄວາມເສົ້າສະຫຼົດໃຈຂອງທ່ານນາຍົກລັດຖະມົນຕີ ສິງກະໂປ Lawrence Wong ມີຕອນຂຽນວ່າ: “ໃນຕະຫຼອດພາລະກິດຫຼາຍທົດສະວັດຂອງພັກ, ໃນນັ້ນ ມີໄລຍະເວລາ 13 ປີ ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ, ການນຳພາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການເຕີບໂຕເສດຖະກິດຢ່າງວ່ອງໄວຂອງ ຫວຽດນາມ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນ”.

              ທ່ານອະດີດຮອງຫົວໜ້າທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ Satyendra Pradhan ຕີລາຄາວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແມ່ນການນຳການເມືອງທີ່ຫຼັກແຫຼມ, ເປັນນັກທິດສະດີຍຸດທະສາດ. ທ່ານເລຂາທິການໃຫຍ່ ຍັງແມ່ນການນຳທີ່ມີນ້ຳໃຈເມດຕາປານີ, ເອົາໃຈໃສ່ເຖິງສະຫວັດດີການຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top