• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດໝາຍ ຫວຽດນາມ ທີ່ການສົນທະນາ Shangri-la

ບົດຄຳເຫັນນຳສະເໜີຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ການສົນທະນາຄັ້ງທີ 23 ຈັດຂຶ້ນຢູ່ ສິງກະໂປ ໄດ້ສ້າງຄວາມສົນໃຈ, ສ້າງຂີດໝາຍຢ່າງແຮງໃນວົງການນັກຄົ້ນຄວ້າສາກົນໂດຍໄວ.
  ນັກ​ຮຽນ​ຮ​ູ້ ກຳ​ປູ​ເຈຍ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່ບົດ​​ຄຳ​ເຫັນນຳ​ສະ​ເໜີ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ (ພາບ:: TTXVN)  

ບົດ​​ຄຳ​ເຫັນນຳ​ສະ​ເໜີ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່​ການ​ສົນ​ທະ​ນາຄັ້ງ​ທີ 23 ຈັດ​ຂຶ້ນ​ຢູ່ ສິງ​ກະ​ໂປ ໄດ້​ສ້າງ​ຄວາມ​ສົນ​ໃຈ, ສ້າງ​ຂີດ​ໝາຍ​ຢ່າງ​ແຮງ​ໃນ​ວົງ​ການ​ນັກ​ຄົ້ນ​ຄວ້າສາ​ກົນ​ໂດຍ​ໄວ​.

ໂດຍ​ເຂົ້າ​ຮ່ວມ​ການສົນ​ທະ​ນາ Shangri-la ຄັ້ງ​ທີ 23, ຮັບ​ຟັງ​ບັນ​ດາ​ສານ​ສຳ​ຄັນ​ຈາ​ກ​ການ​ນຳ ຫວຽດ​ນາມ, ທ່ານຮອງ​ສາດ​ສະ​ດາ​ຈານ, ປະ​ລິນ​ຍາ​ເອກ Neak Chandarith - ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ສາ​ກົນ ແລະ ນະ​ໂຍ​ບາຍ​ພາກ​ລັດ (IISPP), ມະ​ຫາ​ວິ​ທະ​ຍາ​ໄລ​ລາ​ຊະ​ອາ​ນາ​ຈັກ ພະ​ນົມ​ເປັນ (RUPP) ໄດ້​ເອົາ​ໃຈ​ໃສ່​ເປັນ​ພ​ິ​ເສດ​ເຖິງ​ບັນ​ດາ​ຂໍ້​ສະ​ເໜີ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ນຳ​ສະ​ເໜີ​ທີ່​ພິ​ທີ​ເປີດ.

ຕາມ​ທ່ານ​ແລ້ວ, ບັນ​ດາ​ຂໍ້​ສະ​ເໜີ​ໂດຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍົກ​ອອກ​ມາ​ທີ່​ການ​ສົນ​ທະ​ນາ Shangri-la ຄັ້ງ​ທີ 23 ໄດ້​ສ່ອງ​ແສງວິ​ໄສ​ທັດ​ຂອງ​ການ​ນຳ​ດີ​ເລີດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ແບບ​ຍືນ​ຍົງ, ປົກ​ປ້ອງ​ທີ່​ຕັ້ງ, ຫຼັກ​ໝັ້ນ​ຂອງ​ບັນ​ດາ​ປະ​ເທດ​ນ້ອຍ ແລະ ກາງ​ອື່ນ. ບັນ​ດາ​ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ກຳ​ນົດ​ທິດ​ໂຄງ​ສ້າງ, ໃນ​ນັ້ນ​ ທຸກ​ປະ​ເທດ​ລ້ວນ​ແຕ່​ມີ​ສຽ​ງ​ເວົ້າ ແລະ ສິດ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ, ບໍ່​ມີ​ຜູ້​ໃດ​ຖືກ​ປັດ​ເຂ່ຍ​ອອກ​ຈາກ​ລະ​ບົບ​ຄວາມ​ໝັ້​ນ​ຄົງ​ລວມ​ໝູ່.

(ແຫຼ່ງຄັດຈາກ VOV)

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ.

Top