• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະ​ແໜງ logistic ແຂວງ ດັກ​ລັກ ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ພູ​ຜາ​ປ່າໄມ້​ກັບ​ທະ​ເລ​ສີ​ຂຽວ

“ໂຮມ logistics ເຂົ້າ​ກັນ: ຮ່ວມ​ລະ​ບົບ​ມູນ​ຄ່າ - ມີວິ​ໄສ​ທັດ​ອັນ​ດຽວ​ກັນ” ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 1 ສະ​ຫະ​ສະ​ມາ​ຄົມ Logistics ແລະ ທ່າ​ກ່ຳ​ປັ່ນທະ​ເລ​ແຂ​ວງ ດັກ​ລັກ (ອາ​ຍຸ​ການ 2026 – 2030) ໄດ້​ດຳ​ເນີນ​ໃນ​ວັນ​ທີ 07 ພຶດ​ສະ​ພາ.
  ການ​ນຳ​ແຂວງ ດັກ​ລັກ ມອບດອກ​ໄມ້​ຊົມ​ເຊີຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ຫະ​ສະ​ມາ​ຄົມ Logistics ແລະ ທ່າ​ກ່ຳ​ປັ່ນທະ​ເລ​ແຂ​ວງ ດັກ​ລັກ ອາ​ຍຸ​ການ 2026-2030 (ພາບ: VOV)  

ເຫດ​ການ​ໄດ້​ສ້າງ​ຂ​ີດ​ໝາຍ​ການ​ສ້າງ​ຕັ້ງອົງ​ການ​ຈັດ​ຕັ້ງ​ສັງ​ຄົມ - ອາ​ຊີບ​ຄັ້ງ​ທຳ​ອິດ​ໃນ​ຂົງ​ເຂດ logistics, ການ​ຂົນ​ສົ່ງ ແລະ ການ​ບໍ​ລິ​ການ​ທ່າ​ກ່ຳ​ປັ່ນ​ທະ​ເລ​ຂອງທ​້ອງ​ຖິ່ນ​ພາຍຫຼັງ​ໂຮມ​ອົງ​ການ​ບໍ​ລິ​ຫານ​ລະ​ຫວ່າງ ຝູ​ອຽນ ແລະ ດັກ​ລັກ ເຂົ້າ​ກັນ; ພ້ອມ​ທັງເປີດ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ຂະ​ແໜງ logistics ດັກ​ລັກ ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ ແລະ ຮ່ວມ​ສຳ​ພັນ​ເຂດ.

ທ່ານ ເຈິ່ນ​ຕຽນ​ເລີ້ຍ, ຮອງ​ປະ​ທານ​ຜູ້​ປະ​ຈ​ຳ​ການ​ສະ​ຫະ​ສະ​ມາ​ຄົມ Logistics ແລະ ທ່າ​ກ່ຳ​ປັ່ນ​ທະ​ເລ​ແຂວງດັກ​ລັກ, ໃຫ້​ຮູ້​ວ່າ:

“ສະ​ຫະ​ສະ​ມາ​ຄົມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຈຸດ​ເວ​ລາທີ່ ດັກ​ລັກ ພວມ​ຢູ່​ໃນ​ໄລ​ຍະ​ສົ່ງ​ເສີມ​ການ​ລົງ​ທຶນ​ຢ່າງ​ແຮງ, ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ logistics, ເປີດ​ອອກ​ຂົງ​ເຂ​ດ​ໃໝ່, ເມື່ອ​ພູ​ຜາ​ປ່າໄມ້​ໄດ້​ເຊື່ອມ​ຕໍ່​ກັບ​ທະ​ເລ​ສີ​ຂຽວ. ດັກ​ລັກ ມີ​ທັງ​ທ່າ​ກ່ຳ​ປັ່ນ​ທະ​ເລ, ມີ​ທັງ​ບັນ​ດາ​ວັດ​ຖຸ​ດິບ​ທີ່​ດີທີ່​ສຸດ. ສະ​ຫະ​ສະ​ມາ​ຄົມ logistics ຈະ​ສ້າງ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ລະ​ອຽດ ເພື່ອ​ນຳ​ລະ​ບົບ​ມູນ​ຄ່າ logistics ໝູນ​ໃຊ້​ເຂົ້າ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ກໍ​ຄື​ບັນ​ດາ​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ຮັບ​ໃຊ້​ການ​ສົ່ງ​ອອກ.”

(ແຫຼ່ງຄັດຈາກ VOV)

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ເສ​ນາ​ຮັກ ຫວຽດ​ນາມ​ ເພີ່ມ​ທະ​ວ​ີ​ຄວາມ​ສາ​ມາດ​ຮັບ​ມືດ່ວນ ​ໃຫ້​ແກ່​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ UNMISS

ໂຄງ​ການ​ສຸມ​ໃສ່​ກະ​ກຽມ​ຄວາມ​ຮູ້, ທັກ​ສະ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ນັກ​ສຳ​ມະ​ນາ​ກອນ​ອາດ​ສາ​ມາດ​ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ກ່ອນ​ເວ​ລາ​ກຳ​ລັງ​ການ​ແພດ​ສະ​ເພາະ​ກິດ​ເຂົ້າ​ເຖິງ​ສະ​ຖານ​ທີ່​ເກີດ​ເຫດ.

Top