ຕອນເຊົ້າວັນທີ 08 ພຶດສະພາ, ວັນບຸນເກມ ຫວຽດນາມ - Vietnam GameVerse 2026 ດ້ວຍຫົວຂໍ້ “ພ້ອມກັນບືນຕົວອອກສູ່ທະເລທີ່ກວ້າງໃຫຍ່ - Do local, go global" ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ. ເຫດການດັ່ງກ່າວມີການເຂົ້າຮ່ວມຂອງບັນດາຄູ່ຮ່ວມມືມາຈາກ ສ.ເກົາຫຼີ, ຈີນ, ອາເມລິກາ, ຍີ່ປຸ່ນ… ພ້ອມດ້ວຍບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າ, ຄື: Google, Meta, Bytedance, Roblox, Riot… ແລະ ບັນດາທິມງານ Esports ທີ່ມາຈາກ 11 ປະເທດ ອາຊຽນ.
ທ່ານ ເລກວາງຕື້ຢໍ, ຫົວໜ້າກົມວິທະຍຸ, ໂທລະພາບ ແລະ ສື່ເອເລັກໂຕນິກ, ຫົວໜ້າຄະນະຈັດຕັ້ງວັນບຸນເກມ ຫວຽດນາມ ປີ 2026 (ພາບ: ຄະນະຈັດຕັ້ງ)
ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານ ເລກວາງຕື້ຢໍ, ຫົວໜ້າກົມວິທະຍຸ, ໂທລະພາບ ແລະ ສື່ເອເລັກໂຕນິກ, ຫົວໜ້າຄະນະຈັດຕັ້ງວັນບຸນເກມ ຫວຽດນາມ ປີ 2026, ເນັ້ນໜັກວ່າ:
“ນີ້ເປັນຄັ້ງທຳອິດທີ່ບັນດາພາກສ່ວນຂອງລະບົບນິເວດຂະແໜງເກມ ຫວຽດນາມ ໄດ້ເຊື່ອມຕໍ່ຢ່າງສົມບູນ ລວມມີ 5 ສ່ວນປະກອບ: ລັດ, ບໍລິສັດຜະລິດເກມ, ບໍລິສັດຈຳໜ່າຍເກມ, ໂຮງຮຽນ ແລະ ນັກກິລາ Esports. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ຂະແໜງເກມ ຫວຽດນາມ ພວມມີບັນດາສິ່ງສະດວກ, ກາລະໂອກາດທີ່ຍິ່ງໃຫຍ່ທີ່ສຸດເພື່ອບຸກທະລຸບືນຕົວຂຶ້ນ. ໃນວັນບຸນເກມ ຫວຽດນາມ 2026, ຂ້າພະເຈົ້າປາດຖະໜາວ່າ ບັນດາຄູ່ຮ່ວມມື, ເພື່ອນມິດສາກົນ ຈົ່ງມາ ຫວຽດນາມ, ມາຫາຂະແໜງເກມ ຫວຽດນາມ ບໍ່ພຽງແຕ່ເພື່ອຊອກຮູ້ເຂົ້າໃຈ, ຄົ້ນຄວ້າ, ສຳຫຼວດເທົ່ານັ້ນ ຫາກຍັງເພື່ອຮ່ວມມື, ລົງທຶນ, ພັດທະນາພ້ອມກັບພວກຂ້າພະເຈົ້າ. ສຳລັບບັນດາບໍລິສັດເກມ ຫວຽດນາມ, ຈົ່ງຖືນີ້ແມ່ນໂອກາດທີ່ຍິ່ງໃຫຍ່ ແລະ ຍາດແຍ່ງເອົາໂອກາດນີ້.”
(ແຫຼ່ງຄັດຈາກ VOV)