
ກອງປະຊຸມສຳມະການວິທະຍາສາດ “90 ປີແຫ່ງວັນ ໂຊວຽດ ເງະ - ຕິ໊ງ, ກຳລັງແຮງມະຫາຊົນສ້າງເປັນປະຫວັດສາດ (12 ກັນຍາ 1930 – 12 ກັນຍາ 2020)” (ພາບ: TTXVN)
ບັນດາບົດປະກອບຄຳເຫັນຢູ່ກອງປະຊຸມໄດ້ໄຈ້ແຍກຢ່າງເລິກເຊິ່ງ ແລະ ຍົກໃຫ້ເຫັນຢ່າງຈະແຈ້ງ ການນຳພາຂອງພັກ ແລະ ບັນດາຄະນະພັກທ້ອງຖິ່ນຕໍ່ຂະບວນການປະຕິວັດ 1930 – 1931 ແລະ ໂຊວຽດ ເງະ - ຕິ໊ງ, ເຊິ່ງໄດ້ຢັ້ງຢືນ ຂະໜາດ ແລະ ຄວາມໝາຍດ້ານປະຫວັດສາດຂອງ ໂຊວຽດ ເງະ - ຕິ໊ງ ສຳລັບວິວັດຂະບວນການປະຕິວັດຫວຽດນາມ. ຈາກນັ້ນ, ເສີມຂະຫຍາຍເນື້ອໃນຈິດໃຈ ແລະ ຄຸນຄ່າຂອງ ໂຊວຽດ ເງະ - ຕິ໊ງ ໃນການສ້າງສາບ້ານເກີດເມືອງນອນ ເງະອານ, ຮ່າຕິ໊ງ ແລະ ປະເທດຊາດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ນະຄອນ ວິງ (ແຂວງເງະອານ), ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານໄດ້ຈັດຕັ້ງ ພິທີສະເຫຼີມສະຫຼອງ 90 ປີແຫ່ງຂະບວນການໂຊຫວຽດ ເງະຕິ໊ງຢ່າງສົມກຽດ (ຄືວັນທີ 12 ກັນຍາ 1930 – 12 ກັນຍາ 2020).
ທີ່ພິທີ, ທ່ານ ອານທ໊າຍແທງກຸ໊ຍ ເລຂາຄະນະພັກແຂວງເງະອານ ໄດ້ກ່າວສູນທອນພົດຫວນຄືນຄວາມໝາຍປະຫວັດສາດອັນຍິ່ງໃຫຍ່ຂອງເຫດການ ໂຊຫວຽດເງະຕິ໊ງ. 90 ປີໄດ້ຜ່ານຜົ້ນໄປແລ້ວ, ແຕ່ເນື້ອໃນຈິດໃຈໂຊວຽດຍັງ ຍືນຍົງຄົງຕົວພ້ອມກັບປະຫວັດສາດຂອງຊາດ, ຍາມໃດ ໂຊຫວຽດ ເງະຕິ໊ງກໍ່ແມ່ນຄວາມເອກອ້າງທະນົງໃຈ, ເພີ່ມຄວາມໄວ້ເນື້ອເຊື່ອໃຈ, ກຳລັງແຮງໃຫ້ແກ່ອົງຄະນະພັກ ແລະ ປະຊາຊົນ ເງະອານ ໃນການປະຕິບັດວິວັດແຫ່ງການປ່ຽນແປງໃໝ່ ແລະ ເຊື່ອມໂຍງຢ່າງມີໄຊ.
ໃນ ຊຸມປີຈະມາເຖິງ, ແຂວງເງະອານຈະສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ທີ່ຕິດພັນກັບການປ່ຽນແປງຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ ແລະ ຍູ້ໄວວິວັດການຫັນເປັນດີຈີຕອນ.
(ແຫຼ່ງຄັດຈາກ VOV)