• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງອຸດສາຫະກຳເອເລັກໂຕນິກ ຫວຽດນາມ ດຶງດູດວົງການລົງທຶນຕ່າງປະເທດ

      ວັນທີ 19 ສິງຫາ ເວັບໄຊ entrepreneur.com ໄດ້ລົງບົດຂຽນສ່ອງແສງກ່ຽວກັບການພັດທະນາຂອງຂະແໜງອຸດສາຫະກຳເອເລັກໂຕນິກ ຢູ່ ຫວຽດນາມ, ພ້ອມກັນນັ້ນແມ່ນໃຫ້ຂໍ້ສັງເກດວ່າ ຫວຽດນາມ ຍັງຄົງແມ່ນຈຸດນັດພົບທີ່ດຶງດູດໃຈ ບັນດາວົງການນັກລົງທຶນຕ່າງປະເທດ ໂດຍບໍ່ຫົວຊາຕໍ່ບັນດາຜົນກະທົບທາງລົບຈາກໂລກລະບາດໂຄວິດ - 19.
ພາບປະກອບ: TTXVN
      ຕາມບົດຂຽນແລ້ວ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດສົ່ງອອກເອເລັກໂຕນິກຫຼັກແຫຼ່ງ, ຢືນອັນດັບທີ 12 ໃນໂລກ. ການສົ່ງອອກເພີ່ມຂຶ້ນເປັນປົກກະຕິດ້ວຍລະດັບເພີ່ມຂຶ້ນສະເລ່ຍແມ່ນ 12 ຕື້ USD/ປີ. ບົດຂຽນກໍ່ໄດ້ເຕື້ອງເຖິງຜົນປະໂຫຍດເມື່ອມາລົງທຶນຢູ່ ຫວຽດນາມ. ນີ້ແມ່ນ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນຊ່ວຍຫຼຸດຜ່ອນພາສີອາກອນການຄ້າ ແລະ ຊຸກຍູ້ພື້ນຖານເສດຖະກິດ ຂອງ ຫວຽດນາມ, ຊ່ວຍດຶງດູດບັນດານັກລົງທຶນຕ່າງປະເທດ. ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີ ກັບສະຫະພາບເອີລົບ ແລະ ສັນຍາສະບັບນີ້ ຈະຫຼຸດລົງພາສີອາກອນຊະນິດຕ່າງໆ ເກືອບທັງໝົດ, ຮົ້ວກີດຂວາງກຳນົດ ແລະ ບັນດາການກີດຂວາງ ເພື່ອສ້າງກາລະໂອກາດດຳເນີນທຸລະກິດໃຫ້ແກ່ທັງສອງຝ່າຍ.
ການລະເບີດໂລກລະບາດໂຄວິດ - 19 ຮອບນີ້ ຢູ່ ຫວຽດນາມ ໄດ້ຈຳກັດ ແລະ ເຮັດໃຫ້ຂາດວັກຂາດຕອນລະບົບສະໜອງ ແລະ ເຮັດໃຫ້ບັນດາວິສາຫະກິດຕ້ອງຢຸດຕິການເຄື່ອນໄຫວ ໂດຍບໍ່ຫົວຊາຕໍ່ຜົນກະທົບທາງລົບຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດ ຫວຽດນາມ, ມີນັກລົງທຶນຕ່າງປະເທດຫຼາຍຄົນ ຍັງໄດ້ເລືອກ ຫວຽດນາມ ແມ່ນຈຸດນັດພົບແຖວໜ້າ ເພື່ອສ້າງບັນດາໂຮງງານຜະລິດເອເລັກໂຕນິກ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top