• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວ ຮ່າໂນ້ຍ ມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ ຕໍ່ໜ້າສະພາບການຂອງເຊື້ອພະຍາດ Covid – 19

      ດ້ວຍການປະຕິບັດບັນດາມາດຕະການເພື່ອປ້ອງກັນ, ຕ້ານການຕິດພະຍາດອັກເສບປອດ ທີ່ເກີດຈາກເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid – 19) ຢ່າງເດັດດ່ຽວ, ຂະແໜງການທ່ອງທ່ຽວ ຮ່າໂນ້ຍ ໄດ້ສ້າງຄວາມປະທັບໃຈສໍາລັບແຂກທ່ອງທ່ຽວ, ໂດຍສະເພາະແມ່ນແຂກທ່ອງທ່ຽວສາກົນ.

(ພາບປະກອບ: daidoanket.vn)
      ຕາມພະແນກທ່ອງທ່ຽວຮ່າໂນ້ຍແລ້ວ, ປັດຈຸບັນ, ຈໍານວນແຂກທ່ອງທ່ຽວ ອາຊີ ມາຮ່າໂນ້ຍ ແມ່ນກວມເອົາ 65%, ແຂກທ່ອງທ່ຽວ ເອີຣົບ ແມ່ນກວມເອົາ 25%, ສ່ວນຍັງເຫຼືອແມ່ນມາຈາກບັນດາຕະຫຼາດອື່ນ. ຍ້ອນຜົນສະທ້ອນຈາກສະພາບການເຊື້ອພະຍາດ Covid – 19, ຈໍານວນແຂກທ່ອງທ່ຽວ ຈີນ ໄດ້ຫຼຸດລົງ, ແຕ່ແທນທີ່ນັ້ນ, ແຂກທ່ອງທ່ຽວທີ່ມາຈາກບັນດາປະເທດອື່ນໆ ຍັງຄົງເພີ່ມຂຶ້ນຢູ່ສະເໝີ ເປັນຕົ້ນແມ່ນ ແຂກທ່ອງທ່ຽວມາຈາກ ຍີ່ປຸ່ນ (ເພີ່ມຂຶ້ນ 200%), ອິນເດຍ (ເພີ່ມຂຶ້ນ 65%)...; ແຂກທ່ອງທ່ຽວ ເອີຣົບ ພວມເພີ່ມຂຶ້ນເທື່ອລະເລກເທື່ອລະໜ້ອຍ. ຈຸດເວລານີ້, ມີບໍລິສັດທ່ອງທ່ຽວຫຼາຍແຫ່ງຄື: Hanoitourist, Vietrantour, Hanoi Redtour.. ເລີ່ມມີແຜນນະໂຍບາຍຊອກທິດທາງເປີດກວ້າງຕະຫຼາດ, ເປັນເຈົ້າການຕ້ອນຮັບແຂກທ່ອງທ່ຽວທີ່ມາຈາກ ເອີຣົບ, ອາເມລິກາ, ອົດສະຕາລີ... ມາຮ່າໂນ້ຍ ແລະ ກົງກັນຂ້າມ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top