• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງທ່ອງທ່ຽວ “ຫັນປ່ຽນຕົນເອງ” ເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງປອດໄພ

      ບັນຫາຮີບດ່ວນທີ່ໄດ້ວາງອອກແມ່ນຕ້ອງສຸມໃສ່ຄົ້ນຄວ້າ, ກໍ່ສ້າງຜະລິດຕະພັນທ່ອງທ່ຽວໃຫ້ເໝາະສົມກັບຄວາມນິຍົມ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວ
ການໂອ້ລົມສົນທະນາ
(ພາບ: nhandan.vn)
      ຕອນເຊົ້າວັນທີ 15 ຕຸລາ, ໜັງສືພິມ ເຍິນເຢິນ (ປະຊາຊົນ) ໄດ້ສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດການໂອ້ລົມສົນທະນາດ້ວຍຫົວຂໍ້ “ທ່ອງທ່ຽວຮັບມືກັບໂລກລະບາດໂຄວິດ-19 ຢ່າງປອດໄພ”, ເພື່ອແນໃສ່ໄຈ້ແຍກສະພາບການຕົວຈິງຂອງຂະແໜງທ່ອງທ່ຽວໃຫ້ລະອຽດ ພາຍຫຼັງໄລຍະ 2 ປີທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19.
        ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ ໃຫ້ຂໍ້ສັງເກດວ່າ, ບັນຫາຮີບດ່ວນທີ່ໄດ້ວາງອອກແມ່ນຕ້ອງສຸມໃສ່ຄົ້ນຄວ້າ, ກໍ່ສ້າງຜະລິດຕະພັນທ່ອງທ່ຽວໃຫ້ເໝາະສົມກັບຄວາມນິຍົມ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວ, ຕອບສະໜອງກັບສະພາບການໃໝ່ໃນປະຈຸບັນ:
        “ຄົ້ນຄວ້າການຄາດຄະເນດັ່ງກ່າວນີ້ແມ່ນໜ້າທີ່ຂອງອົງການລັດ. ຈາກນັ້ນ, ຍົກອອກຂໍ້ສະເໜີແນະໃຫ້ສະມາຄົມ ແລະ ຫົວໜ່ວຍເພື່ອປະຕິບັດ. ທາງກະຊວງພວມສະເໜີໃຫ້ບັນດາແຂວງ, ນະຄອນມານະພະຍາຍາມສ້າງເຂດທີ່ຢູ່ອາໄສ, ສ້າງຜະລິດຕະພັນທ່ອງທ່ຽວຢູ່ທ້ອງຖິ່ນຂອງຕົນຄືນໃໝ່. ບົນຈິດໃຈແມ່ນແຕ່ລະແຂວງຕ້ອງມີຜະລິດຕະພັນທ່ອງທ່ຽວດີເດັ່ນ ແລະ ເຊື່ອມຕໍ່ຢ່າງປອດໄພ ຕອບສະໜອງໄດ້ຕາມຄວາມນິຍົມ ແລະ ຄວາມຕ້ອງການຂອງນັກທ່ອງທ່ຽວພາຍຫຼັງໂລກລະບາດ”.
(ແຫຼ່ງຄັດຈາກ VOV)



ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top