• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງການເງິນເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດສຳເລັດຄາດໝາຍໃນອາຍຸການ

      ຕອນເຊົ້າວັນທີ 08 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານການເງິນ-ງົບປະມານແຫ່ງລັດປີ 2020, ຜັນຂະຫຍາຍໜ້າທີ່ປີ 2021. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ
      ກອງປະຊຸມໄດ້ຈັດຂຶ້ນທາງອອນລາຍ ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າການນຳບາງກຳມາທິການຂອງສະພາແຫ່ງຊາດ; ບັນດາກະຊວງ, ຂະແໜງການ, ອົງການຂຶ້ນກັບສູນກາງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:
        “ຂະແໜງການເງິນໄດ້ປະຕິບັດໜ້າທີ່ການເງິນ-ງົບປະມານແຫ່ງລັດໃນສະພາບເກີດຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ, ເປັນເຈົ້າການໃນການເປັນເສນາທິການ, ປະກາດໃຊ້ກົນໄກ, ນະໂຍບາຍຕ່າງໆເພື່ອຮັບມືກັບໂລກລະບາດ, ແກ້ໄຂໄພພິບັດທຳມະຊາດ, ໜູນຊ່ວຍການຜະລິດ, ດຳເນີນທຸລະກິດເປັນປົກກະຕິ, ຊຸກຍູ້ການປ່ອຍເງິນທຶນສາທາລະນະ, ໜູນຊ່ວຍພື້ນຖານເສດຖະກິດ, ຜັນຂະຫຍາຍບັນດາມາດຕະການ, ໜູນຊ່ວຍວິສາຫະກິດໄດ້ຢ່າງທັນການ.”
        ເມື່ອເຕື້ອງເຖິງໜ້າທີ່ປີ 2021, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງການເງິນ ຕ້ອງສືບຕໍ່ປ່ຽນແປງໃໝ່, ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດກ່ວາ ປະກອບຂຸດຄົ້ນຫລາຍແຫຼ່ງກຳລັງເພື່ອພັດທະນາປະເທດຊາດ.
(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ຢ່າງ​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ກັບ​ລາວ ແລະ ກຳ​ປູ​ເຈຍ

ສອງ​ຝ່າຍ​ຢັ້ງ​ຢືນ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ຢູ່ AIPA, ສະ​ຫະ​ພັນ ລັດ​ຖະ​ສະ​ພາ ໂລກ (IPU), ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ອາ​ຊີ - ປາ​ຊີ​ຟິກ (APPF) ແລະ ສະ​ພາ​ລະ​ຫວ່າງ​ລັດ​ຖະ​ສະ​ພາ​ຝ​ລັ່ງ​ໂກ​ໂຟ​ນີ (APF).

Top