• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງການທູດຕ້ອງເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະເທດຊາດ

      ໃນຊຸມປີຜ່ານມາ, ກະຊວງການຕ່າງປະເທດໄດ້ເປັນເສນາທິການຢ່າງທັນການ ແລະ ມີປະສິດທິຜົນໃຫ້ແກ່ພັກ ແລະ ລັດ ກ່ຽວກັບບັນດາບັນຫາພົວພັນກັບຕ່າງປະເທດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ທີ່ການເຮັດວຽກກັບກະຊວງການຕ່າງປະເທດຫວຽດນາມ
(ພາບ: VGP)
      ຂະແໜງການທູດຕ້ອງເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະເທດຊາດ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ທີ່ການເຮັດວຽກກັບກະຊວງການຕ່າງປະເທດຫວຽດນາມ ໃນຕອນເຊົ້າວັນທີ 19 ມິຖຸນາ, ຢູ່ຮ່າໂນ້ຍ, ກ່ຽກວັບການຜັນຂະຫຍາຍແນວທາງການຕ່າງປະເທດ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ທ່ານນາຍົກລັດຖະມົນຕີໄດ້ຕີລາຄາວ່າ ສະພາບແວດລ້ອມແຫ່ງການພົວພັນກັບຕ່າງປະເທດແມ່ນສັບສົນທີ່ສຸດ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ໃນຊຸມປີຜ່ານມາ, ກະຊວງການຕ່າງປະເທດໄດ້ເປັນເສນາທິການຢ່າງທັນການ ແລະ ມີປະສິດທິຜົນໃຫ້ແກ່ພັກ ແລະ ລັດ ກ່ຽວກັບບັນດາບັນຫາພົວພັນກັບຕ່າງປະເທດ, ປະກອບສ່ວນສຳຄັນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ຕາມທ່ານນາຍົກລັດຖະມົນຕີແລ້ວ, ສະພາບແວດລ້ອມແຫ່ງການພົວພັນກັບຕ່່າງປະເທດໃນຊຸມປີຈະມາເຖິງ ແມ່ນສືບຕໍ່ມີການຫັນປ່ຽນຢ່າງໄວ, ສັບສົນ, ຍາກທີ່ຈະຄາດຈະເນລ່ວງໜ້າໄດ້ ນັບທັງດ້ານຄວາມໝັ້ນຄົງ, ການເມືອງ, ເສດຖະກິດ, ກະຊວງການຕ່າງປະເທດ ຄວນຍູ້ແຮງບົດບາດນຳໜ້າດ້ານການທູດໃນການສ້າງຕັ້ງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ລະດົມບັນດາແຫຼ່ງກຳລັງເພື່ອພັດທະນາ, ປະກອບສ່ວນຍົກສູງທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງປະເທດຊາດ. ເພື່ບັນລຸໄດ້ບັນດາເປົ້າໝານຍດັ່ງກ່າວ, ທາງກະຊວງຈົ່ງສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການທູດ 2 ຝ່າຍ, ຫຼາຍຝ່າຍ, ການທູດເສດຖະກິດ, ວຽກງານກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫຼື ປົກປ້ອງພົນລະເມືອງ…
(ແຫຼ່ງຄັດຈາກ VOV)

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ມອບຂອງຂວັນບຸນເຕັດກວ່າ 1.200 ພູດໃຫ້ແກ່ຜູ້ທຸກຍາກຢູ່ແຂວງ ວິງຟຸກ, ດັກລັກ

ຄະນະປະຕິບັດງານໄດ້ມອບຂອງຂວັນບຸນເຕັດ 520 ພູດໃຫ້ຜູ້ທຸກຍາກ ແລະ ກຳມະກອນຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ວິງຟຸກ.

Top