• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍ່ສ້າງ​ດ່າ​ລາດ ແລະ ເຂດ​ອ້ອມ​ຂ້າງ​ ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ທີ​ມີ​ຄຸນ​ນະ​ພາບ​ສູງ​ຂອງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ນະຄອນ ດ່າລາດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງແຂວງເລິມດົງ ໄລຍະ 2021 – 2030, ວິໄສທັດຮອດປີ 2050.
ກອງປະຊຸມປະກາດການວາງແຜນຜັງແຂວງເລິມດົງ ໄລຍະ 2021 – 2030, ວິໄສທັດຮອດປີ 2050 (ພາບ: VGP)

ຕາມການວາງແຜນຜັງ, ຮອດປີ 2030, ເລິມດົງຈະກາຍເປັນແຂວງພັດທະນາຢ່າງຮອບດ້ານພໍສົມຄວນ; ກໍ່ສ້າງ ດ່າລາດ ແລະ ເຂດອ້ອມຂ້າງ ກາຍເປັນສູນທ່ອງທ່ຽວທີ່ມີຄຸນນະພາບສູງ ຂອງທົ່ວປະເທດ ແລະ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ແມ່ນສູນການສຶກສາ, ນະວັດຕະກຳ.

ໃນນັ້ນ, ເລິມດົ່ງຈະພັດທະນາເສດຖະກິດກະສິກຳແບບຍືນຍົງ, ທັນສະໄໝ, ມີປະສິດທິຜົນສູງ, ອົງຄະທາດ, ມຸ່ງໄປເຖິງກາຍເປັນເຂດປູກຝັງມີຂອບຂະໜາດໃຫຍ່, ກາຍເປັນສູນຄົ້ນຄ້ວາ, ຜະລິດກະສິກຳອົງຄະທາດນຳໃຊ້ເຕັກໂນໂລຢີສູງລະດັບຊາດ ແລະ ສາກົນ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໃສ່ໃຈວ່າ ເພື່ອປະຕິບັດສຳເລັດການວາງຜັນຜັງ, ເລິມດົ່ງຕ້ອງຮັບປະກັນການວາງແຜນຜັງຢ່າງຖືກທິດ; ມີໄຫວພິບໃນການຜັນຂະຫຍາຍບັນດາເປົ້າໝາຍ; ປະຕິບັດການວາງແຜນຜັງຢ່າງຄົບຊຸດ, ພ້ອມກັນນັ້ນ, ປະຊາຊົນ ແລະ ວິສາຫະກິດຕ້ອງແບ່ງປັນ, ຮ່ວມເດີນທາງພ້ອມກັບອຳນາດການປົກຄອງເພື່ອຮັບປະກັນການວາງແຜນຜັງໃຫ້ສຳເລັດຜົນ.

ສ່ວນທ່ານ ຫວໍງອກຮຽບ, ຮອງປະທານຄະນະກຳມະການປະຊາຊົນແຂວງ ເລິມດົ່ງແລ້ວ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ທາງແຂວງຈະສືບຕໍ່ປະຕິບັດບັນດາກົນໄກ, ນະໂຍບາຍໃຫ້ສຳເລັດຜົນ, ຕັດສິນໃຈປະຕິຮູບການປະຕິບັດລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຍົກສູງຄວາມສາມາດແກ້ງແຍ້ງຂອງແຂວງ. ໃນນັ້ນ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງຮັບໃຊ້. ພ້ອມທັງ, ລະດົມຢ່າງສຸດຂີດ ແລະ ນຳໃຊ້ບັນດາແຫຼ່ງກຳລັງແຫ່ງລັດ, ເອກະຊົນ ແລະ ສັງຄົມຢ່າງມີປະສິດທິຜົນ ເພື່ອຍູ້ແຮງການລົງທຶນພັດທະນາລະບົບພື້ນຖານໂຄງລ່າງ ຢ່າງຄົບຊຸດ, ທັນສະໄໝ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ຢືນຢັນການສະໜັບສະໜູນບົດບາດຂອງ UNRWA ແລະ ບັນດາຄວາມພະຍາຍາມສັນຕິພາບ, ສ້າງສັນເຂດ ກາຊາ ຄືນໃໝ່

ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບບັນດາຄູ່ຮ່ວມມືສາກົນເພື່ອປະກອບສ່ວນເຂົ້າໃນສັນຕິພາບແບບຍືນຍົງ ແລະ ຟື້ນຟູເຂດ ກາຊາ, ໂດຍອີງໃສ່ກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

Top