• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳປັ່ນເດີ່ນບິນ ເຢຍລະມັນ ແວ່ຢາມນະຄອນໂຮ່ຈີມິນ

      ຕອນເຊົ້າວັນທີ 6 ມັງກອນ, ກ່ຳປັ່ນເດີ່ນບິນ Bayern ໄດ້ເຂົ້າທຽບທ່ານະຄອນໂຮ່ຈີມິນ. ນີ້ແມ່ນການຢ້ຽມຢາມ ຫວຽດນາມຄັ້ງອຳທິດຂອງກ່ຳປັ່ນທະຫານເຮືອເຢຍລະມັນ.
ກ່ຳປັ່ນເດີ່ນບິນ Bayern  ຂອງ ເຢຍລະມັນ (ພາບ:  thanhnien.vn)
      ນະຄອນໂຮ່ຈີມິນ ແມ່ນ ສະຖານທີ່ຢ້ຽມຢາມຕໍ່ໄປໃນລາຍການເດີນທາງໄປຝຶກແອບ ແລະ ເພີ່ມທະວີການມີໜ້າທີ່ແກ່ຍາວເປັນເວລາ 7 ເດືອນຂອງ ກ່ຳປັ່ນເດີ່ນບິນ Bayern (ເຢຍລະມັນ) ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ. ການເດີນເຮືອຄັ້ງນີ້ ເພື່ອແນໃສ່ຫັນນະໂຍບາຍຄວາມໝັ້ນຄົງ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ເຢຍລະມັນ ໃຫ້ປະກົດຜົນເປັນຈິງ, ເພີ່ມທະວີບົດບາດໜ້າທີ່ ຂອງ ເຢຍລະມັນໃນຖານະແມ່ນຝ່າຍທີ່ເຂົ້າຮ່ວມການກໍ່ສ້າງ ແລະ ຄູ່ຮ່ວມມືຢູ່ ພາກພື້ນ.
      ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ຫວຽດນາມ ປ.ອ Guido Hildner ເນັ້ນໜັກວ່າ: ການຢ້ຽມຢາມນະຄອນໂຮ່ຈີມິນຂອງ ກ່ຳປັ່ນເດີ່ນບິນ Bayern ເປັນການພິສູດໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດອັນຟົດຟື້ນ ລະຫວ່າງ ເຢຍລະມັນ ແລະ ຫວຽດນາມ, ຄວາມສຳຄັນ ຂອງພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ໃນການພົວພັນສາກົນ.
      ທ່ານເອກອັກຄັດລະທູດ Guido Hildner ໃຫ້ຮູ້ວ່າ ດ້ວຍການເດີນທາງຂອງ ກ່ຳປັ່ນເດີ່ນບິນ Bayern, ປະເທດເຢຍລະມັນຢາກເພີ່ມທະວີການຮ່ວມມື ກັບບັນດາຄູ່ຮ່ວມມືສຳຄັນ,ໃນນັ້ນມີ ຫວຽດນາມ ກໍ່ຄືຢັ້ງຢືນຄວາມເປັນ ລະບຽບທາງສາກົນທີ່ອີງໃສ່ກົດໝາຍ, ພິເສດແມ່ນຄູນຄ່າດ້ານນິຕິກຳ ຂອງ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ UNCLOS ປີ 1982.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top